! ເດັກນ້ອຍ 2 ຄົນ ພົບພຣະພຸດທະຮູບ 34 ອົງ ທີ່ຖໍ້າພູຜາປາດ ເມືອງຍົມມລາດ​ ແຂວງຄຳມ່ວນ​

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


! ເດັກນ້ອຍ 2 ຄົນ ພົບພຣະພຸດທະຮູບ 34 ອົງ ທີ່ຖໍ້າພູຜາປາດ ເມືອງຍົມມລາດ​ ແຂວງຄຳມ່ວນ​

ຕາມການລາຍງານຂອງການຈັດຕັ້ງບ້ານຍົມມະລາດໃຕ້​ ເມືອງຍົມມະລາດ​ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 8 ທັນວາ 2021 ທ້າວ ຕີ ໄຊພິທັກ ອາຍຸ 12 ປີ ແລະ ທ້າວ ຕີ ຄູນວິໄລ ອາຍຸ 11 ປີ ໄດ້ພາກັນໄປຫາກິນ ( ໄປຍິງເຈຍ ) ຈຶ່ງໄດ້ພົບເຫັນພຣະພຸດທະຮູບດັ່ງກ່າວ.

ຫຼັງຈາກນັ້ນທັງ 2 ຄົນໄດ້ພາກັນມາເຮືອນແລ້ວບອກໃຫ້ທ້າວ ພູ ຄູນວິໄລ ແລະ ທ້າວ ຄຳພາ ໄຊພິທັກ ເຊິ່ງເປັນພໍ່ຂອງເດັກທັງ 2 ຄົນ ວ່າຕົນໄດ້ພົບເຫັນພຣະພຸດທະຮູບທີ່ຖ້ຳດັ່ງກ້າວ. ເມື່ອທ້າວ ພູ ແລະ ທ້າວ ຄຳພາ ໄດ້ແຈ້ງໃຫ້ການຈັດຕັ້ງບ້ານເພື່ອລົງໄປເບິ່ງຕົວຈິງ.

ຜ່ານການກວດກາຕົວຈິງເຫັນວ່າແມ່ນມີພຣະພຸດທະຮູບແທ້ ເຊິ່ງໃນນັ້ນມີພຣະພຸດທະຮູບຈຳນວນ 34 ອົງ, ການ້ຳ 1 ອັນ​ ການຈັດຕັ້ງບ້ານຈຶ່ງໄດ້ສະເໜີມາຍັງ ຫ້ອງການທີ່ກ່ຽວຂ້ອງເພື່ອຫາວິທີເກັບຮັກສາ.

ຕໍ່ມາ ໃນວັນທີ 12 ທັນວາ 2021 ອຳນາດການປົກຄອງຂັ້ນເມືອງ, ຂັ້ນບ້ານ​ ແລະ ພໍ່ແມ່ປະຊາຊົນບ້ານຍົມມະລາດໃຕ້​ ໄດ້ພ້ອມກັນໄປນຳເອົາພຣະພຸດທະຮູບດັ່ງກ່າວ ມາປະດິດສະຖານທີ່ວັດສີບຸນເຮືອງບ້ານຍົມມະລາດໃຕ້​

ເຊິ່ງນຳໂດຍ​ ທ່ານ ນ ບຸນຕາ ບຸດສີດາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ມີບັນດາທ່ານອຳນາດການປົກຄອງບ້ານ, ເຖົ້າຂຸນແນວໂຮມ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ປະຊາຊົນບ້ານຍົມມະລາດໄຕ້ເຂົ້າຮ່ວມສັກກະລະບູຊາ.

.

ຂ່າວ-ພາບ: ຫ້ອງການ​ ຖວທ​ ເມືອງຍົມມະລາດ

Related Posts

Leave a Reply

Your email address will not be published. Required fields are marked *