Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເດັກນ້ອຍອາຍຸ 5-14 ປີເປັນຜູ້ຕິດເຊື້ອໂຄວິດສູງທີ່ສຸດໃນເອີຣົບ
ຂ່າວຕ່າງປະເທດລາຍງານ: ອົງການອະນາໄມໂລກ(WHO)ໃນເອີລົບກ່າວໃນ ຫວ່າງບໍ່ດົນມານີ້ວ່າ ເດັກນ້ອຍອາຍຸ 5-14 ປີ ກາຍເປັນກຸ່ມທີ່ມີອັດຕາການຕິດເຊື້ອ ໂຄວິດ-19 ສູງທີ່ສຸດໃນເອີຣົບ ຫຼັງຈາກເອີຣົບໄດ້ກາຍເປັນສູນກາງຂອງການແຜ່ລະບາດອີກຄັ້ງໜຶ່ງໃນປັດຈຸບັນ.
ທ່ານດຣ ຮານສ ຄຼຸກ ຜູ້ອຳນວຍການ WHO ປະຈໍາພາກພື້ນເອີຣົບກ່າວວ່າ: ເຖິງວ່າຈໍານວນຜູ້ເສຍຊີວິດຈາກ ໂຄວິດ-19 ຍັງຕໍ່າກວ່າໃນໄລຍະທີ່ມີການລະບາດຢ່າງໜັກໃນເອີຣົບໃນເມື່ອກ່ອນ ແຕ່ຈຳ ນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດມາຮອດປະຈຸບັນໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າໃນສອງເດືອນທີ່ຜ່ານມາໃນຈຳນວນ 53 ປະເທດທີ່ອົງການອະນາໄມໂລກລວມເຂົ້າໄວ້ໃນພາກພື້ນເອີຣົບ ແຕ່ກິນພື້ນທີ່ກວ້າງຂວາງໄປຈົນເຖິງອາຊີກາງ.
ທ່ານດຣ ຮານສ ຄຼຸກ ຮຽກຮ້ອງໃຫ້ປະເທດຕ່າງໆປົກປ້ອງເດັກນ້ອຍ ແລະ ໂຮງ ຮຽນ ທ່າມກາງການເພີ່ມຂຶ້ນຢ່າງວ່ອງໄວຂອງການຕິດເຊື້ອ ຂອງເດັກນ້ອຍຢູ່ໃນເອີຣົບ ຊຶ່ງໃນບາງພື້ນທີ່ພົບການຕິດເຊື້ອໃນເດັກນ້ອຍເພີ່ມຂຶ້ນຫຼາຍກວ່າປະຊາກອນກຸ່ມອື່ນໆ 2-3 ເທົ່າ,
ເຖິງວ່າເດັກນ້ອຍມີທ່າອ່ຽງທີ່ຈະມີອາການປ່ວຍ ແລະ ຮຸນແຮງໜ້ອຍກວ່າກຸ່ມທີ່ມີຄວາມສ່ຽງອື່ນໆເຊັ່ນ: ຜູ້ສູງອາຍຸ, ບຸກຄະລາກອນທາງການແພດ ຫຼື ຜູ້ທີ່ມີພູມຕ້ານທານຕໍ່າກໍຕາມ. ທ່ານກ່າວຕື່ມວ່າ: ເນື່ອງຈາກວັນພັກປິດພາກຮຽນໃກ້ຈະມາເຖິງນີ້, ເຮົາຕ້ອງຮູ້ວ່າເດັກນ້ອຍສາມາດເຮັດໃຫ້ ພໍ່ ແມ່ ແລະ ລວມເຖິງພໍ່ຕູ້ ແມ່ຕູ້ ທີ່ຢູ່ເຮືອນຕິດເຊື້ອໄດ້.
ຜູ້ໃຫຍ່ທີ່ຍັງບໍ່ໄດ້ສັກວັກຊິນ ຈະມີຄວາມສ່ຽງເພີ່ມຂຶ້ນເຖິງ 10 ເທົ່າທີ່ຈະເຈັບໜັກ ຕ້ອງໄດ້ເຂົ້າໂຮງໝໍ ຫຼືເສຍຊີວິດ ຄວາມສ່ຽງທາງດ້ານສຸຂະພາບທີ່ເກີດ ໄປໄກກວ່າໂຕເດັກນ້ອຍເອງຫຼາຍ.
ທ່ານກ່າວຢ້ຳອີກວ່າ ຍັງຄົງມີໄພຂົ່ມຂູ່ຢ່າງຕໍ່ເນື່ອງຈາກການແຜ່ລະບາດໃນວົງກວ້າງຂອງເຊື້ອໄວຣັສ ສາຍພັຍເດວຕາໃນເອີຣົບ ແລະ ມາຮອດປັດຈຸບັນມີການຢືນຢັນພົບຜູ້ຕິດເຊື້ອ ໄວຣັດກາຍພັຍ ໂອໄມຄຣອນແລ້ວ 432 ຄົນຈາກ 21 ປະເທດໃນເອີຣົບ. ທ່ານກ່າວວ່າ ເຊື້ອໄວຣັສ ກາຍພັນເດວຕາ ຍັງເປັນເຊື້ອໄວຣັສສາຍພັນຕົ້ນຕໍທີ່ພົບເຫັນຢູ່ໃນເອີຣົບ ແລະ ອາຊີກາງ.
ພວກເຮົາທຸກຄົນຕ່າງກໍຮູ້ດີວ່າ ວັກຊິນຕ້ານໂຄວິ-19 ຍັງມີປະສິດທິພາບໃນການຫຼຸດຜ່ອນອາການເຈັບໜັກ ແລະ ການເສຍຊີວິດ. ຢ່າງໃດກໍ່ຕາມ, ຂະນະນີ້ ຕ້ອງລໍຖ້າເບິ່ງວ່າ ເຊື້ອໄວຣັສກາຍພັນ ໂອໄມຄຣອນ ຈະສາມາດແພ່ລະບາດໄດ້ຫຼາຍກວ່າ ແລະ ມີຄວາມຮ້າຍແຮງຫຼາຍ ຫຼື ໜ້ອຍກວ່າເດວຕາ. ແນວໃດກໍ່ຕາມ, ການບັງຄັບໃຫ້ທຸກຄົນໄດ້ຮັບການສັກວັກຊິນຄວນເປັນທາງເລືອກສຸດທ້າຍ.
ອົງການອະນາໄມໂລກລະບຸວ່າ, ພາກພື້ນເອີຣົບ ໄດ້ກາຍເປັນສູນກາງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ເນື່ອງມາເປັນເວລາຫຼາຍອາທິດແລ້ວ, ຈາກສະຖິຕິໃນອາທິດທີ່ຜ່ານມາ ເອີຣົບມີຜູ້ຕິດເຊື້ອໃໝ່ລວມກັນເຖິງ 70% ຂອງຈໍານວນຜູ້ຕິດເຊື້ອໃຫມ່ທັງຫມົດ ແລະ ມີຈໍານວນຜູ້ເສຍຊີວິດກວມເອົາ 61% ຂອງການເສຍຊີວິດໃນທົ່ວໂລກ.