ຈີນ ອະນຸມັດນຳໃຊ້ຢາຄ໊ອກເທລ ປິ່ນປົວໂຄວິດ-19

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຈີນ ອະນຸມັດນຳໃຊ້ຢາຄ໊ອກເທລ ປິ່ນປົວໂຄວິດ-19

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານໃນ​ວັນ​ທີ 10 ທັນ​ວາ 2021 ວ່າ:​ ສຳ​ນັກ​ງານ​ບໍ​ລິ​ຫານ​ເວດ​ສະ​ພັນ​ແຫ່ງ​ຊາດ​ຈີນ (NMPA) ອອກ​ຖະ​ແຫຼງ​ການ​ລະ​ບຸ​ວ່າ: ໄດ້​ອະ​ນຸ​ມັດ​ນຳ​ໃຊ້​ສຸກ​ເສີນ ຢາ​ແອນ​ຕີ​ບໍ​ດີ​ແບບ​ປະ​ສົມ 2 ຊະ​ນິດ (ຄ໊ອກ​ເທ​ລ) ຂອງ​ບໍ​ລິ​ສັດ Brii Biosciences ເພື່ອ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ໂຄວິດ-19.

ຢາ​ດັ່ງ​ກ່າວ​ນີ້ ມີ​ຊື່​ວ່າ BRII ເຊິ່ງ​ພັດ​ທະ​ນາ​ຮ່ວມ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຫົວ ແລະ ໂຮງ​ໝໍ​ປະ​ຊາ​ຊົນ​ເລກ 3 ເມືອງ​ເຊິນ​ເຈິ້ນ, ເປັນ​ການ​ປະ​ສົມ​ປ​ະ​ສານ​ລະ​ຫວ່າງ​ຢາ BRII-196-BRII-198 ໂດຍ​ຜົນ​ການ​ທົດ​ລອງ​ທາງ​ຄ​ລີ​ນິກ​ໄລ​ຍະ​ທີ 3 ພົບ​ວ່າ ສາ​ມາດຫຼຸດ​ອັດ​ຕາ​ການ​ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ແລະ ຫຼຸດ​ອັດ​ຕາ​ກາ​ນ​ເສຍ​ຊີ​ວິດ​ຂອງ​ຜູ້​ຕິດ​ເຊື້ອ​ໄດ້ສູງ​ເຖິງ 80%.

ທັງ​ນີ້ ຢາ​ຄ໊ອກ​ເທ​ລ ສູດ​ປະ​ສົມ​ດັ່ງ​ກ່າວ ເປັນ​ການ​ສະ​ກັດ​ຈາກ​ແອນ​ຕີ​ບໍ​ດີ​ຂອງ​ຜູ້​ທີ່​​ປິ່ນ​ປົວຫາຍ​ດີ​ຈາກ​ພະ​ຍາດໂຄວິດ-19 ໂດຍ​ຈະ​ນຳ​ໃຊ້​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ແຕ່​ອາ​ຍຸ 12-17 ປີ ລວມ​ທັງ​ຜູ້​ໃຫຍ່ທີ່​ມີ​ອາ​ການ​ປ່ວຍ​ເລັກ​ນ້ອຍ ຈົນ​ຮອດ​ປານ​ກາງ.

ລາຍ​ງານ​ຈາກ BRII ຍັງລະ​ບຸ​ວ່າ ຂະ​ນະ​ນີ້​ກຳ​ລັງ​ທົດ​ລອງ​ສູດ​ຢາ​ດັ່ງ​ກ່າວ​ນີ້​ກັບ​ເຊື້ອ​ໄວ​​ຣັສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ແລະ ຄາດ​ວ່າ ສາ​ມາດ​ເປີດ​ເຜີຍ​ຜົນ​ການ​ທົດ​ລອງ​ໃນ​ອີກ 2 ອາ​ທິດ​ຂ້າງ​ໜ້າ.[“]

Related Posts

Leave a Reply

Your email address will not be published. Required fields are marked *