Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອ່ານໄວ້ເປັນອຸທາຫອນ ຢ່າເຫັນແກ່ເງີນ ຕ້ອງສຶກສາໃຫ້ດີກ່ອນຕັດສິນໃຈສິເຮັດວຽກ
ຮູ້ວ່າຄົນເຮົາຕົ້ນທຶນຊີວິດບໍ່ເທົ່າກັນ ແຕ່ເຮົາສາມາດເລືອກໄດ້ວ່າເຮົາຈະຍ່າງໄປເສັ້ນທາງແບບໃດ ແຕ່ກໍ່ປັດສະຈາກບໍ່ໄດ້ວ່າຈະເຈິະຄົນແບບໃດ ວຽກແບບໃດ ຖ້າໂຊກດີກໍ່ດີໄປ ແຕ່ຖ້າໂຊກຮ້າຍເດຈະເຮັດແນວໃດ ການຫາເງີນບໍ່ຜິດ ເພາະທຸກຄົນກໍ່ຕ່າງດິ້ນລົນ ເພື່ອຢາກໃຫ້ຕົນເອງມີຊີວິດທີ່ດີຂື້ນ ແຕ່ບໍ່ຮູ້ວ່າເຮົາສິເຈິໃນຮູບແບບໃດ ລ່າສຸດຊ້ວງນີ້ກໍ່ເຫັນ
ທາງເຟສບຸກ ຫຼາຍຄົນທີ່ເປັນຄົນລາວນຳກັນເອງນັ້ນ ປະກາດຮັບສະໝັກພະນັກງານເພື່ອຈະເອົາໄປເຮັດວຽກຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ດ້ວຍການຕອບແຊັດ ກໍ່ຄືລ່າສຸດມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສເຕືອນວ່າ : ມື້ນີ້ເຫັນລູກຄ້າມາແຕ່ບໍ່ແກ້ວ ສອງຄົນ ເວົ້າສູ່ຟັງ ຖືກຊັກຊວນໄປເຮັດວຽກຕອບແຊັດ (ວຽກຕອບແຊັດກະຄືໃຫ້ເຈົ້າໄປຫຼວກລວງຄົນໃຫ້ໂອນເງິນຕົ້ມຄົນໃຫ້ໄດ້ເງິນຖ້າເຮັດບໍ່ໄດ້ຖືກເຮັດໂທດຖືກຕີ)
ຕອນໄປກະບອກວ່າຟຣີໝົດ ໄປຮອດບໍ່ແກ້ວບໍ່ໄດ້ເຮັດຫຍັງຖືກຂັງ ປະມານ ສາມເດືອນ ຢູ່ຕືກແຫ່ງໜຶ່ງ ແນ່ນອນບໍ່ມີໃຜຈະເຂົ້າໄປຊ່ອຍໄດ້ (ຊີວິດແທ້ບໍ່ຄືໃນໜັງ) ມີທັງຄົນລາວຄົນຈີນ ມີຍາມພະມ້າເຝົ້າ
ຕອນຈະອອກແມ່ນບໍ່ມີທາງເລີຍ ທາງດຽວຈະອອກໄດ້ແມ່ນ ເສຍເງິນສາມສີບລ້ານ ຫຼື ຫຼາຍກ່ອນຫັ້ນຈັງໄດ້ອອກມາ ບາງຄົນຄິດທໍ້ໂດດຕຶກຕາຍກະມີຍ້ອນບໍ່ມີເງິນໄຖ່ໂຕເອງອອກມາ ເຕືອນນ້ອງໆ ຫຼາຍຄົນທີ່ຍັງບໍ່ຮູ້ແລ້ວຄິດວ່າວຽກນີ້ໄດ້ເງິນຫຼາຍ ຖ້າເຈົ້າຄິດຈະໄປ ເຈົ້າອາດສິເອົາຊີວິດເຈົ້າໄປຖິ້ມຢູຫັ້ນ ໂດຍບໍ່ມີໃຜຮູ້ຂ່າວ (ບໍ່ໄດ້ເໝົາລວມຢູຫັ້ນເດີ ມີທັງບ່ອນດີ ແລະ ບ່ອນບໍ່ດີ )