ໂອໄມຄຣອນ ແຜ່ລະບາດໄປ 73 ປະເທດແລ້ວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໂອໄມຄຣອນ ແຜ່ລະບາດໄປ 73 ປະເທດແລ້ວ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ເມື່ອ​ວັນ​ທີ 13 ທັນ​ວາ 2021 ວ່າ: ມາ​ຮອດ​ຕອນ​ເຊົ້າ​ຂອງວັນ​ທີ 13 ທັນ​ວາ 2021 ເຊື້ອ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ໄດ້​ແຜ່​ລະ​ບາດ​ໄປ 73 ປະ​ເທດ/ເຂດ​ແຄວ້ນ​ແລ້ວ

ໂດຍ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ສະ​ສົມ​ທັງ​ໝົດ 7.851 ຄົນ ເພີ່ມ​ຂຶ້ນ 1.949 ຄົນ ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ຍັງ​ເປັນ​ປະ​ເທດ​ທີ່​ຕິດ​ເຊື້ອ​ສະ​ສົມ​ສູງ​ສຸດ​ໃນ​ໂລກ ໂດຍ​ມີ​ຜູ້​ຕິດ​ເຊື້ອ​ໂອ​ໄມ​ຄ​ຣອນ​ສະ​ສົມ​ຢູ່​ທີ່ 3.137 ຄົນ ເພີ່ມ​ຂຶ້ນ 1.239 ຄົນ​ໃນ 1 ວັນ​ຜ່ານ​ມາ.

ທັງ​ນີ້ 5 ປະ​ເທດ​ທີ່​ຕິດ​ເຊື້ອ​ໂອ​ໄມ​ຄ​ຣອນ ຫຼາຍ​ທີ່​ສຸດ ປະ​ກອບ​ມີ: ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ, ດານ​ມາກ 2.741 ຄົນ, ອາ​ຟ​ຣິກ​ກາ​ໃຕ້ 779 ຄົນ, ສະ​ຫະ​ລັດ 144 ຄົນ ແລະ ນອກ​ແວ 109 ຄົນ.

[“]

ແນວ​ໃດ​ກໍ​ຕາມ ຍັງ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ທີ່​ລໍ​ຖ້າ​ການ​ຢືນ​ຢັນ​ວ່າ ຕິດ​ເຊື້ອ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ຫຼື ບໍ່ ປະ​ມານ 78.399 ຄົນ ທົ່ວ​ໂລກ, ໃນ​ນັ້ນ​ຢູ່​ອາ​ຟ​ຣິກ​ກາ​ໃຕ້ 77.844 ຄົນ, ນອກ​ແວ 425 ຄົນ, ຂະ​ນະ​ທີ່​ປະ​ເທດ​ອື່ນໆ​ມີຫຼັກ​ສິບ​ ຫຼື ຕ່ຳ​ກວ່າເທົ່າ​ນັ້ນ.

Related Posts

Leave a Reply

Your email address will not be published. Required fields are marked *