ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ເພີ່ມທະວີການຄຸ້ມຄອງງົບປະມານ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ເພີ່ມທະວີການຄຸ້ມຄອງງົບປະມານ

ວັນທີ 14 ທັນວາ 2021 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມສະຫລຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 (ກອງປະຊຸມແບບທາງໄກ) ໂດຍທ່ານໄດ້ເນັ້ນໃຫ້ຂະແໜງແຜນການ-ລົງທຶນ ແລະ ການເງິນ ເພີ່ມທະວີການຄຸ້ມຄອງຕາມກົນໄກເຂັ້ມງວດ, ໂປ່ງໃສ, ອັດການຮົ່ວໄຫລຂອງງົບປະມານ.

ພ້ອມນີ້ ກໍໃຫ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກ ງານໃນຂົງເຂດແຜນການ-ການລົງທຶນ ແລະ ຂົງເຂດການເງິນດັ່ງນີ້:

  1. ໃຫ້ມີຄວາມຈົ່ງຮັກພັກດີ,
  2. ໃຫ້ມີຈັນຍາບັນ,
  3. ໃຫ້ຮັກໃນວິຊາຊີບ,
  4. ໃຫ້ມີຄວາມອົດທົນເສຍສະຫລະ,
  5. ໃຫ້ປະຕິບັດວິໄນແຜນ ການ-ການເງິນ ຢ່າງເຄັ່ງຄັດ,
  6. ໃຫ້ຖືຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລົບລ້າງປາກົດການຫຍໍ້ທໍ້ຕ່າງໆໃຫ້ຂາດໂຕ,
  7. ໃຫ້ເປັນເຈົ້າການປະສານສົມທົບໃນການຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ,
  8. ໃຫ້ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ເພື່ອຄຸ້ມຄອງເສດຖະ ກິດມະຫາພາກ ໃຫ້ມີສະຖຽນລະພາບໂດຍພື້ນຖານ,
  9. ໃຫ້ແກ້ໄຂຄວາມກົດດັນດ້ານເສດຖະກິດ ໃຫ້ຜ່ອນຄາຍລົງເທື່ອລະກ້າວ,
  10. ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຕາມລະດັບຄາດໝາຍວາງໄວ້;
  11. ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການເຝົ້າລະວັງ, ສະກັດກັ້ນ, ຄວບຄຸມ ແລະ ຄົ້ນຄວ້າສ້າງນະໂຍບາຍມາດຕະການແກ້ໄຂຜົນກະທົບ ການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຢ່າງມີຈຸດສຸມ
  12. ພ້ອມທັງກຽມຄວາມພ້ອມຮອບດ້ານໃນການເປີດປະເທດຢ່າງລະມັດລະວັງ;
  13. ສຸມໃສ່ຢ່າງເລັ່ງດ່ວນໃນການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະກິດມະຫາພາກທາງດ້ານການເງິນ-ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງໃຫ້ເສດຖະກິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການ ຕໍ່ກັບສະພາບເສດຖະກິດຂອງປະເທດ;
  14. ສ້າງກົນໄກ ແລະ ຮູບແບບ ສົ່ງເສີມການເຂົ້າເຖິງແຫລ່ງທຶນ ແກ່ບັນດາວິສາຫະກິດໃຫ້ເປັນຮູບປະທຳຫລາຍຂຶ້ນ, ທັງນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງ,
  15. ການດໍາເນີນງານ ເພື່ອຫລຸດຕົ້ນທຶນໃນການຈັດຕັ້ງປະຕິບັດ ແລະ ສ້າງຄວາມສະດວກໃຫ້ນັກລົງທຶນ ແລະ ຜູ້ປະກອບການສາມາດເຂົ້າເຖິງແຫລ່ງທຶນ ແລະ ຂໍ້ມູນໄດ້ໄວຂຶ້ນ;
  16. ປະຕິຮູບລະບົບການລົງທຶນຂອງລັດ ໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ, ຈັດບຸລິມະສິດໂຄງ ການລົງທຶນຂອງລັດ ແລະ ສຸມໃສ່ໂຄງການທີ່ຈຳເປັນຮີບດ່ວນ ໂດຍມີການໄລ່ລຽງທຸກການລົງທຶນຕ້ອງໃຫ້ມີປະສິດທິຜົນ, ມີຜົນຕອບແທນສູງ ແລະ ເຫັນຜົນໄວດ້ານເສດຖະກິດ,
  17. ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ, ເປັນເຈົ້າການສູງ ໂດຍການບຸກທະລຸແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ,
  18. ເພີ່ມທະວີການປະຕິບັດ ຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ, ຮັບປະກັນຄຸນນະພາບ, ຮັບປະກັນຄວາມຖືກຕ້ອງໂປ່ງໃສ; ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກຳລັງແຮງສຳຄັນໃນການພັດທະນາເສດຖະກິດ,

ໃນປີ 2022 ຕ້ອງໄດ້ສືບຕໍ່ປັບປຸງກົນໄກການຫັນເປັນທັນສະໄໝ ແລະ ບັງຄັບໃຊ້ກົດໝາຍ ລວມທັງການສະກັດກັ້ນການຮົ່ວໄຫລຂອງງົບປະມານ ເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນ ແລະ ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກຳໃໝ່ ໃນການຄຸ້ມຄອງແຫລ່ງລາຍຮັບໃຫ້ກົມກຽວ ແລະ ວ່ອງໄວ.

ຂໍ້ມູນ ຂປລ.

Related Posts

Leave a Reply

Your email address will not be published. Required fields are marked *