ຄວາມຫວັງຂອງຫຼາຍທ່ານໃນປະເທດ ແລະ ນັກທ່ອງທ່ຽວປະເທດອ້ອມຂ້າງ ສປປລາວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຄວາມຫວັງຂອງຫຼາຍທ່ານໃນປະເທດ ແລະ ນັກທ່ອງທ່ຽວປະເທດອ້ອມຂ້າງ ສປປລາວ ຈະໄດ້ນັ່ງລົດໄຟ ໄປເຖິງເອີລົບ ເປັນສິ່ງທີ່ເປັນໄປໄດ້ ພາຍຫຼັງສະຖານະການໂຄວິດຜ່ອນຄາຍ ແລະ ປະເທດເປີດ. 🇱🇦🇨🇳🇲🇳🇷🇺🇧🇾🇵🇱🇩🇪🇫🇷

ພວກເຮົາສາມາດເດີນທາງຈາກ ນະຄອນຫຼວງວຽງຈັນ ຂຶ້ນສູ່ ສປ.ຈີນ ປ່ຽນຂະບວນລົດໄຟທີ່ ດ່ານບໍ່ເຕ່ນ-ບໍ່ຫານ ໄປຄຸນໝິງ ຕໍ່ຂະບວນສູ່ ນະຄອນຫຼວງປັກກິ່ງ ,ແລະ ໄປສູ່ນະຄອນຫຼວງ ອຸລານບາຕ້າ (ມົງໂກນ) -ອອກສູ່ ຮັດເຊຍ ມຸ້ງໜ້າສູ່ ມ໋ອດສກູ -ເບີລິນ ເຢຍລະມັນ ແລະ ປາຣີ ປະເທດຝລັ່ງ .

ບັນດາປະເທດໃນອາຊຽນ ເຊັ່ນ : ໄທ-ກໍາປູເຈັຍ-ມາເລເຊຍ-ສິງກະໂປ ແລະ ປະເທດໃກ້ຄຽງສາມາດມາເລີ່ມຂຶ້ນລົດໄຟທີ່ ນະຄອນຫຼວງວຽງຈັນ ເພື່ອເລີ່ມການເດີນທາງໄດ້.

ໃນປະຈຸບັນ ນະຄອນຫຼວງວຽງຈັນ ໄດ້ພັດທະນາພື້ນຖານໂຄງລ່າງຮອງຮັບການຂະຫຍາຍໂຕຂອງໂຕເມືອງ

ເພື່ອການເປັນສູນກາງຂົນສົ່ງທາງບົກຂອງພາກພື້ນເປັນຮູບປະທໍາ ຊັດເຈນ, ເຖິງໄລຍະນີ້ບາງແຂວງໃກ້ຄຽງ ປະເທດເພື່ອນບ້ານພະຍາຍາມຊຸກຍູ້ເພື່ອພັດທະນາຢາກເປັນສູນກາງກໍ່ຕາມ, ນະຄອນຫຼວງວຽງຈັນ ໂດຍການຊີ້ນໍາໃກ້ສິດຈາກລັດຖະບານລາວເຮົາໄດ້ກະກຽມສຸດຄວາມສາມາດ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ບົດຂ່າວ/ພາບ: AEROLAOS

Related Posts

Leave a Reply

Your email address will not be published. Required fields are marked *