ຕຳຫຼວດ ອາເມລິກາ ຄົ້ນຜິດເຮີຶອນຍອມຈ່າຍຄ່າທຳຂວັນເຮັດຕົກໃຈ 2.9 ລ້ານໂດລາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສະພາເທສະບານເມືອງຊິຄາໂກ ສະຫະລັດອາເມລິກາ ກຽມອະນຸມັດຈ່າຍເງິນຄ່າຕົກໃຈ ຈຳນວນ 2,9 ລ້ານໂດລາ ໃຫ້ຜູ້ຍິງຜິວສີຄົນໜຶ່ງ ທີ່ຖືກຕຳຫລວດຂອງເມືອງຈັບໃສ່ກຸນແຈມື ຂະນະທີ່ຮ່າງກາຍຂອງນາງຍັງບໍ່ໃສ່ເສື້ອຜ້າ ລະຫວ່າງການບຸກກວດຄົ້ນຫາຜູູ້ຕ້ອງສົງໄສຜິດເຮືອນ ໃນເດືອນກຸມພາ 2020.

ສຳນັກຂ່າວເອພີລາຍງານຈາກເມືອງຊິຄາໂກ ສະຫະລັດອາເມລິກາ ເມື່ອວັນທີ 14 ທັນວາວ່າ: ຄະນະກຳມະການຝ່າຍການເງິນຂອງສະພາເທສະບານເມືອງຊິຄາໂກ ອະນຸມັດການຈ່າຍເງິນດ້ວຍສຽງເອກະພາບ ແລະ ແນະນຳໃຫ້ສະພາເທດສະບານເມືອງດັ່ງກ່າວ ຕົກລົງຍອມຄວາມນອກສານ ແລະ ຈ່າຍເງິນໃຫ້ນາງ ແອນຈາເນດ ຍັງ ເຈົ້າໜ້າທີ່ສຳນັກງານສະຫວັດດີການສັງຄົມ.

ສະພາເທສະບານເມືອງຊິຄາໂກຈະປະຊຸມຫາລືກັນໃນວັນທີ 15 ທັນວາ ເພື່ອອະນຸມັດການຈ່າຍເປັນຂັ້ນຕອນສຸດທ້າຍ ເຊິ່ງຕາມປົກກະຕິມັກຈະປະຕິບັດຕາມຄຳແນະນຳຂອງຄະນະກຳມະການຝ່າຍການເງິນ.

ບາງ ເຊເຍ ເມຊ່າ ທີ່ປຶກສາຝ່າຍທຸລະກິດຂອງເທສະບານເມືອງຊິຄາໂກ ກ່າວວ່າ: ຄະນະຜູ້ບໍລິຫານເມືອງຊິຄາໂກ ບໍ່ເຄີຍຂັດແຍ່ງ ຂໍ້ກ່າວຫາ ນາງ ຍັງ ຖືກດູໝິ່ນສັກສີ, ສ່ວນນາງ ຄຣິສເຕນ ຄາແບນບັນ ໂຄສົກຝ່າຍກົດໝາຍເທສະບານເມືອງຊິຄາໂກ ກ່າວວ່າ: ທະນາຍຄວາມຂອງນາງ ຍັງ ຕົກລົງຍອມຄວາມນອກສານ ແລະ ໂຈດຍອມຮັບຄຳເຮັດຂວັນ ຕາມຈຳນວນດັ່ງກ່າວ.

ຂໍ້ສະເໜີຍອມຄວາມນອກສານ ເປັນຄວາມພະຍາຍາມລົບຄວາມອັບອາຍລະດັບຊາດ ສຳລັບສຳນັກງານຕຳຫລວດເມືອງຊິຄາໂກ ແລະ ນາງ ລໍຣີ ໄລຟູທ ນາຍົກເທດສະມົນຕີຂອງເມືອງ.

ຄະດີນີ້ຕຳຫລວດຂອງເມືອງຊິຄາໂກ ເຊິ່ງຂຶ້ນກັບເທສະບານເມືອງ ບຸກກວດຄົ້ນຫ້ອງເຊົ່າໃນອາພາດເມັນຂອງນາງ ຍັງ ໃນສະພາບທີ່ນາງບໍ່ໃສ່ເສື້ອຜ້າຢູ່ເຮືອນ, ແຕ່ຕຳຫລວດຈັບນາງໃສ່ກຸນແຈມື ໂດຍບໍ່ໃຫ້ໂອກາດນາງໃສ່ເສື້ອຜ້າກ່ອນ ຈົນຜ່ານໄປ 16 ວິນາທີ ຈຶ່ງໃຫ້ນາງຄຸມດ້ວຍຜ້າຫົ່ມ ແລະ ໃຫ້ໃສ່ເສື້ອຜ້າຫລັງຈາກຜ່ານໄປ 40 ນາທີ ເຖິງວ່ານາງຈະບອກຕຳຫລວດຫລາຍເທື່ອວ່າ: ກວດຄົ້ນເຮືອນຜິດ.

ນາງ ຍັງ ຍື່ນຟ້ອງສະພາເທສະບານເມືອງຊິຄາໂກ ແລະ ຕຳຫລວດ 12 ຄົນ ເປັນຈຳເລີຍຕໍ່ສານ ໂດຍທະນາຍຄວາມຂຽນໃນສຳນວນຟ້ອງຕອນໜຶ່ງວ່າ: ຕຳຫລວດບໍ່ກວດສອບສະຖານທີ່ໃຫ້ດີ ກ່ອນມີການກວດຄົ້ນ. ນອກຈາກນັ້ນ

ນີ້ບໍ່ແມ່ນຄວາມຜິດພາດ ເຖິງຂັ້ນຕ້ອງຈ່າຍເງິນຍອມຄວາມນອກສານ ເປັນຄັ້ງທຳອິດຂອງຕຳຫລວດເມືອງຊິຄາໂກ ຈາກການກວດສອບຂອງສຳນັກຂ່າວເອພີໃນປີ 2016 ພົບວ່າ: ເທສະບານເມືອງຊິຄາໂກຈ່າຍເງິນຄ່າຄວາມຜິດພາດຂອງຕຳຫລວດໃນສັງກັດ ລວມປະມານ 662 ລ້ານໂດລາ ນັບແຕ່ປີ 2004 ແລະ ຕົວເລກເພີ່ມຂຶ້ນເປັນ 750 ລ້ານກວ່າໂດລາ ໃນປີ 2020.

ຫລັງຈາກນັ້ນໄດ້ເກີດຄະດີຍອມຄວາມນອກສານ ແລະ ຈ່າຍເງິນຈຳນວນຫລາຍ ຈາກຄວາມຜິດພາດຂອງຕຳຫລວດຫລາຍຄະດີ ລວມທັງການຈ່າຍເງິນຊົດເຊີຍ 20 ລ້ານກວ່າໂດລາ ແກ່ຊາຍ 2 ຄົນ ທີ່ຄະດີອາຍາຖືກຍົກຟ້ອງ ຫລັງສາມາດພິສູດໃຫ້ສານເຫັນວ່າ ພວກເຂົາຖືກຕຳຫລວດຂົ່ມຂູ່ໃຫ້ຮັບສາລະພາບ

Related Posts

Leave a Reply

Your email address will not be published. Required fields are marked *