ດ່ວນ! ຂ່າວດີ ປັບລາຄານໍ້າມັນລົງ ຂອບເຂດທົ່ວປະເທດ ເລີ່ມມື້ອື່ນເຊົ້າ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ດ່ວນ! ຂ່າວດີ ປັບລາຄານໍ້າມັນລົງ ຂອບເຂດທົ່ວປະເທດ ເລີ່ມມື້ອື່ນເຊົ້າ

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການ ສະບັບເລກທີ 1255/ອຄ, ລົງວັນທີ 16 ທັນວາ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໄດ້ປັບລົງນ້ຳມັນເຊື້ອໄຟທຸກຊະນິດຄື: ນ້ຳມັນແອັດຊັງພິເສດ ປັບລົງ 320 ກີບຕໍ່ລິດ, ມັນແອັດຊັງທຳມະດາ ປັບລົົງ 260 ກີບຕໍ່ລິດ, ກາຊວນ ປັບລົງ 240 ກີບຕໍ່ລິດ ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 17 ທັນວາ 2021 ເປັນຕົ້ນໄປ.

ລາຍລະອຽດກຳນົດລາຄາການຈຳໜ່າຍໃນແຕ່ລະແຂວງດັ່ງຕາຕະລາງລຸ່ມນີ້ ຫົວໜ່ວຍ: ກີບ/ລິດ

ລ/ດ ຈຸດ ແອັດຊັງພິເສດ ແອັດຊັງທໍາມະດາ ກາຊວນ

[“]

1 ນະຄອນຫຼວງວຽງຈັນ ແອັດຊັງພິເສດ 13,560 ແອັດຊັງທໍາມະດາ 12.230 ກາຊວນ 10,420

2 ແຂວງຜົ້ງສາລີ ແອັດຊັງພິເສດ 14.200 ແອັດຊັງທໍາມະດາ 12.870 ກາຊວນ 11.060

3 ແຂວງຫຼວງນ້ໍາທາ ແອັດຊັງພິເສດ 13.920 ແອັດຊັງທໍາມະດາ 12.590 ກາຊວນ 10.780

4 ແຂວງອຸດົມໄຊ ແອັດຊັງພິເສດ 14.040 ແອັດຊັງທໍາມະດາ 12.710 ກາຊວນ 10.900

6 ແຂວງຫຼວງພະບາງ 13.930 12.600 10.790

7 ແຂວງໄຊຍະບູລີ 14.810 12.480 10.670

8 ແຂວງຫົວພັນ 13.960 12.630 10.820

9 ແຂວງຊຽງຂວາງ 13.750 12.420 10.610

10 ແຂວງວຽງຈັນ 13.560 12.230 10.420

11 ແຂວງບໍລິຄໍາໄຊ 13.640 12.310 10.500

12 ແຂວງຄໍາມ່ວນ 13.590 12.260 10.450

13 ແຂວງສະຫວັນນະເຂດ 13.590 12.260 10.450

14 ແຂວງສາລະວັນ 13.770 12.440 10.630

15 ແຂວງຈໍາປາສັກ 13.620 12.290 10.480

16 ແຂວງເຊກອງ 13.770 12.440 10.630

17 ແຂວງອັດຕະປື 13.800 12.470 10.660

18 ແຂວງໄຊສົມບູນ 13.840 12.510 10.700

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0897/ກຄພນ, ລົງວັນທີ 15 ທັນວາ 2021 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 1146/ອຄ, ລົງວັນທີ 1 ທັນວາ 2021.

Related Posts

Leave a Reply

Your email address will not be published. Required fields are marked *