ໂປໂລຍ ຊ່ວຍເຫລືອວັກຊິນ AstraZeneca ໃຫ້ ສປປ ລາວ 138.600 ໂດສ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໂປໂລຍ ຊ່ວຍເຫລືອວັກຊິນ AstraZeneca ໃຫ້ ສປປ ລາວ 138.600 ໂດສ

ພິທີມອບຮັບວັກຊິນ AstraZeneca ຈາກປະເທດໂປໂລຍ ຈໍານວນ 138.600 ໂດສ ຈັດຂື້ນໃນຕອນແລງ ວັນທີ 16 ທັນວາ 2021 ທີ່ກະຊວງສາທາລະສະສຸກ ໂດຍທ່ານ ເວັງຊອງ ເວຍ, ອຸປະທູດຂອງ ສະຫະພາບເອີຣົບປະຈໍາລາວເປັນຜູ້ ກ່າວມອບ ແລະທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ກ່າວຮັບ ໂດຍມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານໂປໂລຍໃນການປະກອບສ່ວນອັນສໍາຄັນໃນຄັ້ງນີ້ ຊື່ງຈະຊ່ວຍໃຫ້ ສປປ ລາວ ສາມາດຈັດຕັ້ງປະຕິບັດແຜນການສັກວັກຊິນໃຫ້ປະຊາຊົນ

ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະໃນໄລຍະທີ່ລາວພວມເລັ່ງສັກເຂັມກະຕຸ້ນຫລືເຂັມສາມເພື່ອສ້າງພູມຄຸ້ມກັນໃຫ້ປະຊາຊົນ ແລະ ຊ່ວຍຫລຸດຜ່ອນ ຈໍານວນຜູ້ຕິດເຊື້ອໂຄວິດ19 ທີ່ມີຈໍານວນເພີ່ມຂື້ນຢ່າງວ່ອງໄວໃນໄລຍະຫລາຍເດືອນຜ່ານມາໃຫ້ຫລຸດຜ່ອນລົງ ເພື່ອກຽມຄວາມພ້ອມໃນການເປີດປະເທດຄືນໃໝ່.

ການໄດ້ຮັບວັກຊິນຈາກປະເທດໂປໂລຍ ແມ່ນພາກສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກ ຂອງສະຫະພາບເອີຣົບ, ໂດຍສະເພາະ ການຊ່ວຍເຫລືອ ສປປ ລາວ ໄດ້ມີມາຢ່າງຕໍ່ເນື່ອງ ໃນການຕໍ່ຕ້ານການລະບາດຂອງພະຍາດໂຄວິດ19,

ປັດຈຸບັນສະຫະພາບເອີຣົບ, ປະເທດສະມາຊິກ ແລະ ສະຖາບັນການເງິນ ພວມຮ່ວມມືກັນລະດົມທຶນ ແລະວິຊາການ ເພື່ອຮ່ວມກັນແກ້ໄຂຜົນກະທົບທາງລົບຈາກພະຍາດໂຄວິດ19 ໃນທົ່ວໂລກ. ເນື່ອງຈາກວ່າບໍ່ມີໃຜຈະປອດໄພ ຈາກພະຍາດໂຄວິດ19 ຈົນກວ່າໝົດທຸກ ຄົນຈະປອດໄພ.

ຂ່າວຈາກ: Lao National Radio

Related Posts

Leave a Reply

Your email address will not be published. Required fields are marked *