! ປະທານະເທດ ຢ້ຽມຊົມແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ແຂວສາລະວັນ “

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


! ປະທານະເທດ ຢ້ຽມຊົມແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ແຂວສາລະວັນ “

ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສາລະວັນ. ເຊິ່ງໃນຕອນບ່າຍຂອງວັນທີ 16 ທັນວາ 2021 ທ່ານໄດ້ລົງຢ້ຽມຢາມ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ໂດຍການຕ້ອນຮັບຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະ.

ການລົງຢ້ຽມຢາມ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ໃນຄັ້ງນີ້: ພະນະທ່ານປະເທດໄດ້ຮັບຟັງການລາຍງານກ່ຽວກັບປະຫວັດຄວາມເປັນມາໃນການຄົ້ນພົບ ແລະ ການພັດທະນາແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ, ໄດ້ເລີ່ມພັດທະນາ ແຕ່ປີ 2017 ເປັນຕົ້ນມາ, ເຊິ່ງເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານທຳມະຊາດ ພິເສດໃນຈຸດດັ່ງກ່າວມີຖ້ຳທັງໝົດ ຈຳນວນ 9 ຖ້ຳ ແລະ ມີຄວາມສວຍສົດງົດງາມ, ພາຍໃນຖ້ຳມີຫີນງອກ, ຫີນຍອຍເຫຼື້ອມ ຄ້າຍຄືເພັດພອຍ, ມີແຫຼ່ງນ້ຳ, ນ້ຳຕົກຕາດ, ມີພູຜາປ່າໄມ້ທີ່ສວຍງາມ. ເຂດທ່ອງທ່ຽວອຸທິຍານພູຜາສຸກ ມີເນື້ອທີ່ສະຫງວນໄວ້ທັງໝົດ 1 ພັນເຮັກຕາ,

ຕໍ່ກັບການພັດທະນາແຫຼ່ງທ່ອງທ່ຽວເຂດດັ່ງກ່າວ ອົງການປົກຄອງແຂວງ ສາລະວັນ ໄດ້ໃຊ້ງົບປະມານລັດຈຳນວນໜຶ່ງເຊັ່ນ: ບຸກເບີກເສັ້ນທາງເຂົ້າ, ບຸກເບີກເນື້ອທີ່, ຕິດຕັ້ງດອກໄຟໃນຖ້ຳ, ສ້າງທາງຢ່າງທ່ຽວຊົມ, ປຸກສ້າງສາລາຊົມວິວ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ອ່າງເກັບນ້ຳ ແລະ ອື່ນໆ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວທ່ານປະທານປະເທດ ກໍ່ໄດ້ເຂົ້າທ່ຽວຊົມພາຍໃນຖໍ້າພູຜາສຸກ, ແຕ່ລະຈຸດພາຍໃນຖ້ຳ, ການກໍ່ສ້າງ ແລະ ພັດທະນາ, ພ້ອມທັງໄດ້ທ່ຽວຊົມເບິ່ງ ຫີນງອກ, ຫີນຍ້ອຍ ທີ່ມີຫຼາຍສີສັນ ແລະ ຈຸດຊົມວີວຕ່າງໆພາຍໃນຖ້ຳພູຜາສຸກ, ເບິ່ງຂອບເຂດການພັດທະນາທາງເຂົ້າແຫຼ່ງທ່ອງທ່ຽວ ແລະ ບໍລິເວນອ້ອມຮອບ.

ໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ໃນການພັດທະນາ, ບັນດາພື້ນຖານໂຄງລ່າງ, ສ້າງສິ່ງເອື້ອອໍານວຍຄວາມສະດວກໃນການເຂົ້າເຖິງຜູ້ມາທ່ຽວຊົມໃຫ້ໄດ້ຫຼາຍ, ພ້ອມທັງເອົາໃຈໃສ່ ປົກປັກຮັກສາຊັບພະຍາກອນທຳມະຊາດ ເຮັດແຫຼ່ງທ່ອງທ່ຽວແຫ່ງດັ່ງກ່າວ ທີ່ເຕັມໄປດ້ວຍຄວາມອຸດົມສົມບູນໄປທາງດ້ານທຳມະຊາດ ທີ່ສວຍສົດງົດງາມ ແລະ ມີຄວາມຍືນຍົງ.

Related Posts

Leave a Reply

Your email address will not be published. Required fields are marked *