Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ບໍ່ຮອດເດືອນສິນຄ້າສົ່ງຜ່ານລົດໄຟ ລາວຈີນ ມີມູນຄ່າກວ່າ 100 ລ້ານຢວນ
ແຫລ່ງຂ່າວຈາກ CRI ລາຍງານວ່າ: ພາຍຫລັງເປີດນໍາໃຊ້ລົດໄຟລາວ-ຈີນ ສິນຄ້າສົ່ງຜ່ານ ໄດ້ມີມູນຄ່າສູງເຖິງ107 ລ້ານກ່ວາຢວນ ແລະ ສະເພາະວັນທີ 15 ທັນວານີ້,
ຂະບວນລົດໄຟຂົນສົ່ງສິນຄ້າຈໍານວນ 11 ຕູ້ຄອນເທັນເນີ ໄດ້ອອກເດີນທາງຈາກນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ຜ່ານດ່ານບໍ່ຫານ ເຂົ້າສູ່ ສປປ ລາວ ດ້ວຍຄວາມ ປອດໄພ.
ກ່ອນຫນ້ານີ້ຄືວັນທີ 4 ທັນວາ, ລົດໄຟຂົນສົ່ງສິນຄ້າຂາອອກຂະບວນທໍາອິດໄດ້ເດີນທາງຜ່ານດ່ານສໍາເລັດຜົນເປັນຢ່າງດີ ອັນເປັນການເລີ່ມຕົ້ນການຈໍລະຈອນສິນຄ້າຂ້າມປະເທດທີ່ໃຊ້ເສັ້ນທາງລົດໄຟລາວ-ຈີນຢ່າງໄດ້ປະສົບຜົນສໍາເລັດ,
ຂະນະທີ່ມາຮອດວັນທີ 15 ທັນວາ,
ດ່ານນະຄອນຄຸນມິງ ໄດ້ຄຸ້ມຄອງກວດກາ ແລະ ອະນຸຍາດໃຫ້ ລົດໄຟຂົນສົ່ງສິນຄ້າຈີນ-ລາວ ມີ 31 ຂະບວນໄດ້ອອກເດີນທາງ ຊຶ່ງມີປະລິມານສິນຄ້າຂາເຂົ້າ-ຂາອອກຫລາຍ ເຖິງ 1,71 ຫມື່ນໂຕນ, ແລະ ມີລົດໄຟຈາກນະຄອນ ເສິນເຈິ້ນ, ກວາງ ໂຈ, ຈົ່ງກິ່ງ, ນານກິ່ງ ແລະ ນະຄອນຊຶ່ງຕາວ ໄດ້ຜ່ານດ່ານຢ່າງວ່ອງໄວ.

ຂໍ້ມູນ ລາວພັດທະນາ