ປະສົບການ ຕິດໂຄວິດ ພ້ອມທ້ອງເດີຶອນຄອງຜ່າຕັດເກີດລູກ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ມື້ນິຈະມາແຊຣປະສົບການຕິດໂຄວິດນຳພີ່ນ້ອງມາສົ່ງແກສ ຜ່ານມາໄດ້ເດືອນປາຍແລ້ວ ອາດຈະຍາວຫນ້ອຍ1😊ຖືພາ 8ເດືອນ3ອາທິດ ແລະ ຜ່າຕັດເກີດລູກຄົນດຽວຢູ່ພາກສະຫນາມໂຮງ0ຫມໍເມືອງໄຮ່ປາກງື່ມ

ກັກໂຕຢູ່ສູນລ້ານຊ້າງດອນກອຍ3ມື້

ກັກໂຕຢູ່ສູນເມືອງໄຮ່ປາກງື່ມ11ມື້

ອາການລວມໆແມ່ນເມື່ອຍຫາຍໃຈບໍ່ອິ່ມ ຄືເຮົາຍ່າງຢູ່ຕະຫລອດ ບາງຄົນເປັນຄືໄຂ້ຫວັດທຳມະດາ ແຕ່ສຳຫລັບຂ້ອຍຂ້ອຍວ່າມັນບໍ່ທຳມະດາ ຂື້ນກັບສຸກຂະພາບໃຜລາວ

ວັນທີ4/11 ແມ່ນມີອາການປວດໂຕຖືຄີງໄຂ້ ປວດຫວັດ ເຫມື່ອຍຫາຍໃຈຕິດຂັດ ບໍ່ຢາກເຂົ້າ, ວັນທີ5 ແມ່ນບໍ່ມີອາການຫຍັງ, ວັນທີ6 ຕື່ນມາແມ່ນປົກກະຕິ ແຕ່ສວຍມາຈະຮູ້ສຶກຢາກໄອຄັນຄໍ ຈາມມີນ້ຳມູກນ້ອຍ1 ເລີຍກວຜົນອອກມາເປັນ2ຂີດ ຕົກໃຈຄ້ຽວເກັບເຄື່ອງອອກຈາກລູກຈາກຄອບຄົວ, ວັນທີ7 ແມ່ນໄດ້ໄປກວດຢູ່ໂຮງຫມໍ103 ຜົນອອກpositive (ກວດດ່ວນເສຍເງີນ80.000ກີບ) ແພດຢູ່ບ່ອນກວດກະມີນ້ຳໃຈເຫັນຖືພາເພີ່ນກາເອົານ້ຳໃຫ້ກິນ ສ່ວນອາການແມ່ນຄັນຄໍເປັນຫວັດ ເລີ່ມສິໄອ

ວັນທີ8 ດັງເລີ່ມບໍ່ໄດ້ກີ່ນ ປວດແຂນແລະຊາແຂນຊ້າຍ ເມື່ອຍເຫລັກນ້ອຍ ຕົກແລງມາຫນ່ວຍສະເພາະກິດໂທຫາກຳລັງສິອອກໄປຮັບປະມານ20ໂມງ ຫລັງຈາກນັ້ນມາຮອດກະໄດ້ໄປກັກໂຕຢູ່ສະໂມສອນດອກປີໄກ່ລ້ານຊ້າງ, ວັນທີ 9 ອາການຊົງໂຕ ໄອ ຫວັດ ດັງບໍ່ໄດ້ກີ່ນເຫມື່ອຍ,

ວັນທີ 10 ອາການຄືເກົ່າ ໄອ ຫວັດ ດັງບໍ່ໄດ້ກີ່ນ ກິນຢາຕາມອາການ (ຢາແມ່ນຫມໍທີ່ຝາກທ້ອງຈັດໃຫ້) ເຫມື່ອຍນ້ອຍ1ຕົກແລງມາຮູ້ສຶກປັ້ນທ້ອງແຈ້ງຫມໍ ເພີ່ນກາມາກວດໃຫ້ຟັງສຽງຫົວໃຈເດັກ ຈັບການປັ້ນດ້ວຍມື ລະຫມໍເພີ່ນກາປຶກສາກັນໃຫ້ໄປກັກໂຕທີໂຮງຫມໍເມືອງປາກງື່ມ ໄປຮອດແມ່ນ23ໂມງ (ມາຮອດນອນຄົນດຽວຕຽງ10ຕຽງອາກາດກາເຢັນໆ ແນມໄປມີແຕ່ປ່າ ສີ່ງດຽວທີ່ເຮັດໄດ້ຄືລົມວິດີຄໍກັບຜົວ ຜົວກະບໍ່ວາງຈົນເຮົາລັບ )

ວັນທີ11 ອາການໄອ ຫວັດຕັນດັງເລີ່ມໄຄ ຍັງແຕ່ດັງບໍ່ໄດ້ກິ່ນ ຫມໍເພີ່ນກາລົງມາກວດແຕ່ເຊົ້າ ມາແທກຫົວໃຈເດັກ ມາແທກຕັ້ງສົ້ງແມ່ ແມ່ນປົກກະຕິ ແຕ່ຍັງເຫມື່ອຍ, ວັນທີ12 ອາການຍັງແຕ່ດັງບໍ່ໄດ້ກີ່ນ ຕົກເດິກ2ໂມງມາປັ້ນທອງອີກ ໂທຫາຫມໍ ຫມໍໃຫ້ກິນຢາຄາຍປັ້ນ, ວັນທີ 13 ອາການດັງບໍ່ໄດ້ກີ່ນຍັງຄືເກົ່າ ຮູ້ສຶກເຫມື່ອຍ ຫາຍໃຈບໍ່ອີ່ມ ຫມໍກະໂທຫາແຕ່ເຊົ້າໃຫ້ຢ້າຍຂື້ນມາຊັ້ນ2 ເພື່ອໃກ້ຫມໍຕື່ມ ມາຈັບປັ້ແລະກາເຮັດເອໂກ້ ຫມໍກະແຈ້ງວ່າປັ້ນຢູ່ແຕ່ປັ້ນຄ່ອຍ ໃຫ້ປະຄອງໄປກ່ອນເພາະຍັງບໍ່ຄົບກຳນົດຫາແຕ່ໄດ້ 36ອາທິດ4ວັນ ແຕ່ໃຫ້ຜົວເອົາເຄື່ອງມາໄວ້ຢ້ານເກີດກ່ອນ

ວັນທິ14 ອາການເຫມືອນເດີມບໍ່ໄດ້ກີ່ນ ແຕ່ບໍ່ເຫມື່ອຍ,ວັນທີ15 ອາການເຫມືອນເດີມແມ່ນບໍ່ໄດ້ກີ່ນ ມື້ນິຫມໍໃຫ້ຈັບປັ້ນຕື່ມ ຜົນອອກມາຍັງປະຄອງໄປໄດ້ອີກຢູ່ ມື້ນິ37 ອາທິດເຕັມ ແຕ່ເພີ່ນຈະໃສ່ອົກຊີໃຫ້1ຊົ່ວໂມງ ເພາະລູກຫົວໃຈເຕັ້ນໄວແມ່ເມື່ອຍ, ວັນທີ16 ອາການເຫມືອນເດີມບໍ່ໄດ້ກີ່ນ ກັບມາເຫມື່ອຍ ຫາຍໃຈບໍ່ອີ່ມ, ວັນທີ17 ອາການເຫມືອນເດີມບໍ່ໄດ້ກີ່ນ ບໍ່ເຫມື່ອຍ, ວັນທີ18 ອາການເຫມືອນເດີມບໍ່ໄດ້ກີ່ນ ບໍ່ເຫມື່ອຍ ປັ້ນທ້ອງຫນ້ອຍ1 (37ອາທິດ4ມື້ ພະຍາຍາມນອນປະຄອງນອນຢ່າງດຽວບໍ່ເຫນັງຫລາຍເພື່ອບໍ່ໃຫ້ປັ້ນຕື່ມ )

ວັນທີ19 ອາການເຫມືອນເດີມບໍ່ໄດ້ກີ່ນ ແຈ້ງຫມໍຕອນຫມໍມາຟັງຫົວໃຈເດັກ ວ່າປັ້ນທ້ອງເພີ່ນວ່າປັ້ນທ້ອງ, ວັນທີ20 ມື້ນິແມ່ນຜ່າຕັດເກີດລູກ ເພາະຫມໍແຈ້ງຄວາມສ່ຽງ ແຮ່ເກາະຕ່ຳບໍ່ຢາກໃຫ້ປັ້ນທ້ອງແລ້ວມີເລືອດອອກມັນສ່ຽງເກີນໄປ ເຂົ້າຫ້ອງຜ່າຕັດຄົນດຽວວິນາທີນັ້ນໄດ້ພຽງຂໍຈັບມືຫມໍຜູ້ທີ່ຜ່າຕັດໃຫ້ ເພາະຮູ້ສຶກຫົດຫູ່ຄ້ອຍໃຈ ຢ້ານໄປຫມົດ ແຕ່ກະກັດແຂ້ວສູ້ເພື່ອລູກ ໄດ້ຍີນສຽງລູກໃຫ້ແມ່ກະໃຫ້ນຳ ຫມໍຜູ້ບ໊ອກຫລັງໃຫ້ກາໃຈດີເຊັດນ້ຳຕາໃຫ້

ເພາະຫລັງຈາກຜ່າຕັດກັບມາເມື່ອຍ ໃສ່ອົກຊີແຕ່13ໂມງ-16ໂມງ (ຫາຍໃຈບໍ່ອື່ມແຮງ ໂຄດເມື່ອຍຫມໍໂທຫາກາບໍ່ມີແຮງຮອດຮັບໂທສັບ ໄຄແຕ່ເພີ່ນໂທຫາຄົນຢູ່ໃກ້ນັ້ນຍ່າງມາຫາແລ້ວມາໃສ່ອົກຊີໃຫ້ )ວັນທີ21 ປວດບາດ ແຕ່ບໍ່ເມື່ອຍວັນທີ22 ປົກກະຕິ ເລີ່ມຫັດຍ່າງ ແຕ່ກະໂສກໂຊນສພບັດສະບອມເພາະໂຕຄົນດຽວ ວັນທີ23 ເປັນມື້ທີດີໃຈສຸດຄືໄດ້ກັບບ້ານ

ທີສຳຄັນ ຢາກຂອບໃຈທ່ານຫມໍທັງສອງສູນທີ່ສຳຄັນແມ່ນທິມງານຫມໍແລະພະຍານບານທີ່ພາກສະຫນາມປາກງື່ມ ເພີ່ນເອົາໃຈໃສ່ດີຫລາຍ ຕິດຕາມ ເອົາໃຈໃສ່ແລະໃຫ້ກຳລັງໃຈ(ແຕ່ຈະເປັນການລົມກັນ ລາຍງານທາງໂທສັບວ໊ອດແອບເພີ່ນກະເຊບເພີ່ນບໍ່ໄດ້ມາໃກ້ຜູ້ຕິດເຊື້ອ)

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *