Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ພາຍຸຖະຫຼົ່ມ ເຮັດໃຫ້ເດັກນ້ອຍຕົກຈາກເຄື່ອງຫຼິ້ນເສຍຊີວິດ
ພາຍຸຖະຫຼົ່ມ ເຮັດໃຫ້ເດັກນ້ອຍຕົກຈາກເຄື່ອງຫຼິ້ນເສຍຊີວິດ ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າ: ໃນວັນທີ 16 ທັນວາ 2021 ທີ່ຜ່ານມາ

ໄດ້ເກີດມີລົມພັດແຮງໃສ່ງານຂອງໂຮງຮຽນປະຖົມແຫ່ງໜຶ່ງໃນປະເທດອົດສະຕຣາລີ. ທາງດ້ານຕໍາຫຼວດໄດ້ອອກມາເປີດເຜີຍວ່າມີເດັກນ້ອຍເສຍຊີວິດຢ່າງໜ້ອຍ 4 ຄົນ ເປັນເດັກນ້ອຍຜູ້ຊາຍ 2 ຄົນ ແລະ
ຜູ້ຍິງ 2 ຄົນ ແລະ ອີກ 5 ຄົນແມ່ນໄດ້ຮັບບາດເຈັບ ໂດຍຕົກຈາກເຄື່ອງຫຼີ້ນທີ່ລົມພັດຂຶ້ນໄປ ເຮັດໃຫ້ເດັກນ້ອຍຕົກຈາກຄວາມສູງປະມານ 10 ແມັດ.

ທາງດ້ານໜ່ວຍແພດໄດ້ໄປບ່ອນເກີດເຫດ ແລະ ປະຖົມພະຍາບານເບື້ອງຕົ້ນໃຫ້ກັບເດັກນ້ອຍຜູ້ທີ່ໄດ້ຮັບບາດເຈັບ ແລະ ນໍາສົ່ງໂຮງໝໍດ້ວຍເຮລິຄອບເຕີ. ເຫດການດັ່ງກ່າວແມ່ນເກີດຂຶ້ນໃນມື້ສຸດທ້າຍຂອງງານຈົບປີການສຶກສາ.