ສາວໂພສເຕືອນ..!! ໃຜທີ່ຄິດຈະໄປເຮັດວຽກຕອບແຊັດຢູ່ ສາມຫຼ່ຽມຄຳ ຄິດດີໆກ່ອນຕັດສິນໃຈ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສາວໂພສເຕືອນ..!! ໃຜທີ່ຄິດຈະໄປເຮັດວຽກຕອບແຊັດຢູ່ ສາມຫຼ່ຽມຄຳ ຄິດດີໆກ່ອນຕັດສິນໃຈ

ສະບາຍດີທຸກຄົນທີ່ເຫັນຂ່າວທີ່ຂ້ອຍຖືກປະຈານແລະຄົນທີ່ດ່າຂ້ອຍສາລະພັດ!! ເລື່ອງມີຢູ່ວ່າຂ້ອຍໄດ້ເດີນທາງໄປສາມລ່ຽມຄຳເພື່ອໄປເຮັດວຽກຕອບແຊດທີ່ວ່າໄດ້ເງີນເດືອນ 9-10 ລ້ານ ຕໍ່ເດືອນ(ວຽກຍອດຮິດທີ່ໄວລຸ້ນລາວບໍ່ວ່າຈະເປັນຍີງຊາຍທີ່ກຳລັງເຫີ່ໄປ)

ທີນີ້ການໄປບໍລິສັດຮັບຈ່າຍທຸກຢ່າງໃຫ້ຟຮີ(ຕາມນາຍຫນ້າລົມ)ແລ້ວຈະໃຫ້ກັກໂຕ 14 ວັນ ຕາມລະບຽບຫລັງຈາກ 14 ວັນ ກະເຍີ້ນເປັນ 21 ວັນແລ້ວຂ້ອຍກະເລີຍຖາມຫົວຫນ້າກ່ຽວກັບການກິນຢູ່ວ່າຈະຟຮີແທ້ຄືກັບຕອນຊິເອົາເຮົາມາບໍຫລືຈະໄລ່ໄວ້ຫັກລົບກົບຫນີ້ຫົວຫນ້າຄົນຈີນບອກວ່າຖ້າເຈົ້າຈະກັບບ້ານຈ່າຍມາ 2 ຫມື່ນຢວນ ເປັນກີບປະມານ 40 ລ້ານກີບ ອັນນີ້ຂ້ອຍອື້ງ…ແລ້ວກັບມາຄິດວ່າການມານະບ່ອນນີ້ແມ່ນໂຕເອງມາຫາເງີນຫລືມາເປັນຫນີ້?

ກັກໂຕໃນໄລຍະເວລາປະມານ 1 ເດືອນຕ້ອງເປັນຫນີ້ບໍລິສັດຮອດ 40 ລ້ານກີບ ແລ້ວຖ້າກັກໂຕແບບເຄດອື່ນເປັນ 2-3 ເດືອນຫນີ້ຂ້ອຍຊິບໍ່ຮອດ 100 ລ້ານພຸ້ນຫວາ?ຖ້າເປັນຫນີ້ບໍລິສັດແລ້ວເຂົ້າໄປເຮັດວຽກໃຊ້ຫນີ້ບໍ່ຮູ້ວ່າປີໃດຈະຫມົດຫນີ້ແລ້ວຈະກັບບ້ານໄດ້ມື້ໃດບໍ່ຮູ້ເລີຍຊິຫວາ?

ຊີວິດທັ້ງຊີວິດ….ຂ້ອຍເລີຍຕັດສິນໃຈຂໍຄວາມຊ່ວຍເຫລືອນຳເຈົ້າຫນ້າທີ່ປຶກສາທາງເລື່ອງກົດຫມາຍວ່າເພີ່ນພໍມີວິທີທາງຫລືຊ່ອງທາງໃດຊິຈະຊ່ວຍໃຫ້ຂ້ອຍກັບບ້ານໄດ້ແດ່ເພາະເງີນ 40 ລ້ານ ສຳຫລັບຂ້ອຍແລ້ວຄິດວ່າມັນເກີນໄປກັກໂຕຢູ່ກີນກະອາຫານເຂົ້າກ່ອງມັນໆຈືດໆ…

ທີ່ໂພດບໍ່ມີຈຸດປະສົງເວົ້າໃຫ້ຝ່າຍໃດຝ່າຍຫນື່ງເສຍຫາຍພຽງແຕ່ຢ່າງໃດ

ຝາກເຕືອນຄົນທີ່ວ່າງງານໃຫ້ຄິດດີໆກ່ອນໄປບໍ່ຕ້ອງໃຈຮ້ອນວູ່ວາມຄືກັບຂ້ອຍຂ້ອຍເຈີແລ້ວ…ທ້າຍນີ້ຕ້ອງຂໍຂອບໃຈເຈົ້າຫນ້າທີ່ທີ່ຄອຍຊ່ວຍເຫຼືອແລະໃຫ້ຄວາມເປັນທຳມະນຸດຄົນນີ້.

(ຢ່າອາຍກັບການທີ່ຖືກປະຈານຖ້າເຮົາຍັງຢູ່ພາຍໃຕ້ກົດຫມາຍ ຊີວິດທັ້ງຊີວິດຈົ່ງຄິດໃຫ້ດີກ່ອນຕັດສິນໃຈ)

ແຫຼ່ງທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *