Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໄຟເຊີ ສັນນິຖານວ່າ ໂຄວິດ ຈະໝົດໄປຈາກໂລກໃນປີ 2024
ວັນທີ 17 ທັນວາ 2021 ນີ້ ບໍລິສັດ Pfizer Inc ຂອງສະຫະລັດອາເມລິກາສັນນິຖານວ່າ ໂຄວິດ-19 ອາດຈະບໍ່ໝົດໄປໃນເວລານີ້ ຈະແກ່ຍາວຈົນເຖິງປີ 2024
ຫົວໜ້າສະຖາບັນວິທະຍາສາດໄຟເຊີ ທ່ານ Mikael Dolste ມີຄຳເຫັນວ່າ: ໃນ 1 ຫາ 2 ປີຕໍ່ໜ້ານີ້
ມີບາງຂົງເຂດ ແລະ ພາກພື້ນຂອງໂລກຍັງຄົງຈະສືບຕໍ່ປະເຊີນກັບການແພ່ລະບາດຂອງເຊື້ອໄວຣັດ ໂຄວິດ-19 ຢູ່ຕໍ່ໄປ ແຕ່ກໍຈະມີບາງປະເທດ ທີ່ຈະສາມາດຄວບຄຸມັນໄດ້ ແລະ ເຮັດໃຫ້ມັນໝົດໄປໃນທີ່ສຸດ.
ເມື່ອເຖິງປີ 2024 ພະຍາດໂຄວິດ-19 ຈຶ່ງຈະໝົດໄປຢ່າງຊິ້ນເຊີງຈາກໂລກນີ້.
ເຖິງຢ່າງໃດກໍຕາມ , ທ່ານກ່າວຕື່ມອີກວ່າ ເວລາໃດໂຄວິດ-19 ຈຶ່ງຈະໝົດໄປ ແລະ ຈະໝົດໄປດ້ວຍວິທີໃດນັ້ນ ແມ່ນຂຶ້ນຢູ່ກັບຫຼາຍປັດໄຈ, ເຊັ່ນວາ່: ການຜັນແປຂອງພະຍາດ,
ປະສິດທິຜົນຂອງໂຄງການສັກວັກຊິນເພີ່ມພູມຄຸ້ມກັນ ກໍຄື ປະສິດທິພາບຂອງການປິ່ນປົວ ແລະ ທ້າຍທີ່ສຸດກໍແມ່ນການແບ່ງປັນວັກຊີນໃຫ້ມີຄວາມສະເໝີພາບ ແລະ ທົ່ວເຖິງກັນຂອງບັນດາປະເທດທີ່ມີອັດຕາການສັກວັກຊີນຕໍ່າທີ່ສຸດໃນໂລກ ນັ້ນເອງ.
ທີ່ມາ ໜັງສືພິມພັດທະນາ