ເຄື່ອນໄຫວລັກລົດຈັກ ໜີບໍ່ລອດຖືກເຈົ້າໜ້າທີ່ກັກຕົວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


*** ເຄື່ອນໄຫວລັກລົດຈັກ ໜີບໍ່ລອດຖືກເຈົ້າໜ້າທີ່ກັກຕົວ

ທ້າວ ສອນເພັດ ອາຍຸ 19 ປີ ຫວ່າງງານ ຢູ່ບ້ານໂນນບໍ່ແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັບໝູ່ອີກ 1 ຄົນ ເຄື່ອນໄຫວລັກລົດຈັກ ໃນວັນທີ 17 ທັນວາ 2021 ແຕ່ໜີບໍ່ລອດຖືກເຈົ້າໜ້າທີ່ ປກສ ກຸ່ມບ້ານຝາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກັກຕົວ ສ່ວນໝູ່ແມ່ນໄດ້ເອົາຕົວຫຼົບໜີ.

ພັທ ສົມພານ ປະເສີດ ຫົວໜ້າ ປກສ ກຸ່ມ ບ້ານຝາຍ ໃຫ້ຮູ້ວ່າ: ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ວັນທີ 17 ທັນວາ 2021 ໄດ້ມີໝູ່ ມາຫາ ແລ້ວຊວນກັນໄປຊອກລັກລົດຈັກ ແລະ ໄດ້ຂັບຂີ່ລົດໄປເສັ້ນທາງ 13 ໃຕ້, ພໍຮອດເຂດບ້ານ ດອນໄຮ່ ເມືອງປາກງື່ມ

ກໍພົບເຫັນ ລົດຈັກເວບ100 ໝາຍເລກທະບຽນ ຕຂ 8923 ກໍາແພງນະຄອນ ຈອດຢູ່ໜ້າເຮືອນ ກໍ່ໄດ້ລັກເອົາ ແລະ ຂັບຂີ່ມາຮອດເຂດ ບ້ານໂຄກສາ ເມືອງປາກງື່ມ ຕົນເອງສັງເກດເຫັນມີຄົນກໍາລັງຂັບຂີ່ລົດໄລ່ນໍາ ຈິ່ງໄດ້ຖີ້ມລົດປະໄວ້ແລ້ວແລ່ນເຂົ້າປ່າ ຈາກນັ້ນກໍ່ຖືກເຈົ້າໜ້າທີ່ເຂົ້າກັກຕົວ.

ປັດຈຸບັນ ປກສ ກຸ່ມ ນາຝາຍ ໄດ້ນໍາສົ່ງຜູ້ກ່ຽວໃຫ້ ກອງບັນຊາການ ປກສ ເມືອງປາກງື່ມ ສືບຕໍ່ດໍາເນີນການສືບສວນ-ສວນສວນ ຊອກຫາຜູ້ຮ່ວມຂະບວນ ການມາດໍາເນີນຄະດີ ຕາມລະບຽບກົດໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *