ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 20 ທັນວາ 2021, ເວລາ 04:06 ຫາ 04:12 ໂມງ.​

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 20 ທັນວາ 2021, ເວລາ 04:06 ຫາ 04:12 ໂມງ.​

ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວໃນຂອບເຂດທົ່ວປະເທດ​ ເຊີ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈຳນວນ 02 ຄັ້ງ, ໃນບໍລິເວນ ເຂດແຂວງ ໄຊຍະບູລີ

ລາຍລະອຽດຂອງການເກີດແຜ່ນດິນໄຫວມີຄືດັ່ງລຸ່ມນີ້:ໃນເວລາ 04:06:13 ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.445°N ແລະ ເສັ້ນແວງທີ່ 101.366°E ຄວາມແຮງສັ່ນສະເທືອນວັດແທກໄດ້ 5.8 ຣິກເຕີ,

ມີຄວາມເລີກຈາກໜ້າດິນ 10 Km ເຊີງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານຫ້ວຍສະຫຼອດ, ເມືອງໄຊສະຖານ, ແຂວງໄຊຍະບູລີ. ເຊີ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງໄຊສະຖານ ປະມານ 4 KM.​

ໃນເວລາ 04:02:41 ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.461°N ແລະ ເສັ້ນແວງທີ່ 101.282°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຣິກເຕີ, ມີຄວາມເລີກຈາກໜ້າດິນ 10 Km ເຊີງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານສະລາ, ເມືອງໄຊສະຖານ, ແຂວງໄຊຍະບູລີ. ເຊີ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 9 KM.

Related Posts

Leave a Reply

Your email address will not be published. Required fields are marked *