Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທະນາຄານໃນປະເທດປາກີສຖານລະເບີດ ຕາຍແລ້ວ 15 ຄົນ ຄາດວ່າມາຈາກແກ໊ສລະເບີດ
BBC ລາຍງານເຖິງຄວາມຄືບໜ້າເກີດເຫດລະເບີດທີ່ທະນາຄານຮາບິບ ໃນນະຄອນກາຮາຈີ ເມືອງເອກຂອງແຄວ້ນສິນ ທາງຕອນໃຕ້ຂອງປະເທດ ປາກີສຖານ

ໃນຕອນຊ່ວງບ່າຍຂອງວັນທີ 18 ທັນວາ 2021 ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ, ບາດເຈັບ 16 ຄົນ ພ້ອມກັນນັ້ນອາຄານບ້ານເຮືອນ, ລົດທີ່ຈອດຢູ່ໃກ້ຄຽງໄດ້ຮັບຄວາມເສຍຫາຍ

ເບື້ອງຕົ້ນຄາດວ່າສາເຫດມາຈາກແກ໊ສຮົ່ວໄຫຼຈາກລະບົບທໍ່ລະບາຍນໍ້າ ໃນຂະນະດຽວກັນໜ່ວຍກູ້ໄພຍັງເລັ່ງຊອກຫາຜູ້ປະສົບອຸບັດຕິເຫດໃນຄັ້ງນີ້ທີ່ອາດຕິດຢູ່ໃນອາຄານທີ່ຫັກພັງລົງມາ ຄາດວ່າອາດຈະມີຜູ້ເສຍຊີວິດເພີ່ມ

.

.

🔺ຂ່າວອ້າງອີງຈາກ: ຂ່າວສົດ