Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ພາຍຸໄຕ້ຝຸ່ນພັດເຂົ້າຟີລິບປິນ ມີຜູ້ເສຍຊີວິດເພີ່ມຂຶ້ນ200ກວ່າຄົນ
ຂປລ.ວັນທີ20ທັນວາ2021,ຍອດຜູ້ເສຍຊີວິດ ຈາກໄຕ້ຝຸ່ນຣາຍ(Rai) ພັດຖະຫລົ່ມເຂົ້າ ຟີລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ ເພີ່ມຂຶ້ນ 208ຄົນ.ບາດເຈັບ 239ຄົນ ແລະ ສູນ ຫາຍ 52ຄົນ

ຄາດວ່າ ຍອດຜູ້ເສຍຊີວິດ ຈະເພີ່ມຂຶ້ນອີກ ເນື່ອງຈາກ ມີນ້ຳຖ້ວມ ແລະ ດິນເຈື່ອນ ໃນວົງກວ້າງ ສະພາກາແດງ ແລະ ສະພາ ແລະ ສະພາ ວົງເດືອນ ກາແດງ ສາກົນ ໄດ້ຂໍຄວາມຊ່ວຍເຫລືອ ສຸກເສີນ ມູນຄ່າ 22 ລ້ານໂດລາ ສະຫະລັດ ເພື່ອໃຊ້ ໃນການບັນເທົາທຸກ ໄລຍະຍາວ.

ຂະນະນີ້ ຟີລິບປິນ ໄດ້ສົ່ງທະຫານ,ໜ່ວຍງານ ຍາມຝັ່ງ ແລະ ນັກດັບເພີງ ລົງພື້ນທີ່ ເພື່ອຄົ້ນຫາ ຜູ້ສູນຫາຍ ແລະ ຊ່ວຍເຫລືອ ຜູ້ໄດ້ຮັບ ຜົນກະທົບ ຈາກໄພພິບັດ ທາງທຳມະຊາດ ຢ່າງຮີບດ່ວນ./.

.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
ຈາກ: ຂປລ