Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແຊຣ໌ໃຫ້ຮູ້ນໍາກັນ! ອາຫານທີ່ຄົນຕິດເຊື້ອໂຄວິດ ບໍ່ຄວນກິນ
ມາເລື່ອງຂອງສາລະດີດີ ຈາກທ່ານໝໍ ທິບ ຫຼື DR.THIP ທີ່ເພິ່ນໄດ້ລົງຄຣິບແນະນໍາອາຫານທີ່ຄວນລີກລ້ຽງ ຫຼື ບໍ່ຄວນກີນສໍາລັບຄົນທີ່ຕິດເຊື້ອໂຄວິດເຊິ່ງຄົນທີ່ຕິດເຊື້ອໂຄວິດຈະມີການແຕະຕ້ອງເລື່ອງຂອງລະບົບຫາຍໃຈເປັນຫຼັກ

ທີ່ເຮັດໃຫ້ມີອາການເຊັ່ນວ່າ ດັງບໍ່ໄດ້ກິ່ນ ຫາຍໃຈຟືດ;ຮອງລົງມາກໍຈະເປັນລະບົບລະລາຍ ລະບົບຫາຍໃຈຕັ້ງແຕ່ດັງຈົນຮອດປອດ ແຕ່ຜົ້ງປາກຈົນຮອດຮູທະວານ ທີ່ມີອາການລິ້ນບໍ່ໄດ້ລົດຊາດ, ເຈັບຄໍ, ໄອ ແລະ ຖອກທ້ອງ, ອືດທ້ອງ ອາຫານບໍ່ຍ່ອຍເປັນຕົ້ນ ນີ້ເປັນອາການເບື້ອງຕົ້ນສໍາລັບຜູ້ທີ່ຕິດເຊື້ອສໍາລັບອາຫານທີ່ບໍ່ຄວນກິນໄດ້ແກ່ຈໍາພວກນີ້.
1 ຫ້າມກິນອາຫານພວກ ຂອງເຢັນ, ຂອງຫວານ, ຂອງດື່ມເອວກໍຮໍ, ເຫຼົ້າເບຍ ເພາະຈະເຮັດໃຫ້ຕັນດັງ, ນໍ້າມູກຍ້ອຍ, ດັງບວມ, ດັງອັກເສບ, ຄັນຄໍ, ໄອເພີ່ມຂຶ້ນ, ດັງນານໄດ້ກິ່ນເພີ່ມຂຶ້ນ

2 ຫ້າມກິນອາຫານເຜັດ, ເຄັມ, ມັນ, ເຄື່ອງເທດປຸກໆ ອາຫານພວກນີ້ສົງຜົນໂດຍກົງເຮັດໃຫ້ເຮົາຄັນຄໍ, ໄອ, ໄອຫຼາຍຂຶ້ນກ່ອນເກົ່າອີກ, ເຮັດໃຫ້ໝາກໄຂ່ຫຼັງເຮັດວຽກໜັກຂື້ນອີກນການທີ່ໄດ້ຮັບອາຫານທີ່ເຄັມ ຫຼື ລົດຊາດຈັດເກີນໄປ ພ້ອມກັນນັ້ນຍັງເພີ່ມຄວາມສ່ຽງໃນການເຈັບກະເພາະ ແລະ ຖອກທ້ອງງ່າຍຂຶ້ນອີກ.
3 ເຄື່ອງໃນສັດ, ຂອງປີ້ງ, ທອດ, ເນື້ອສັດທີ່ຍ່ອຍຍາກດ ອາຫານສຸກໆດິບໆ ບໍ່ວ່າເປັນເນື້ອດິບ ຫຼື ຜັກດິບ ອາຫານປະເພດດັ່ງກ່າວຈະສົ່ງຜົນເຮັດໃຫ້ເຮົາກິນເຂົ້າໄປແລ້ວຈະຍ່ອຍຍາກ ຢູ່ຍາກ ເຈັບກະເພາະໄດ້ງ່າຍ ເພີ່ມຄວາມສ່ຽງໃນການຕິດເຊື້ອ

4 ຄືອາຫານທີ່ເຮົາຄະລໍາຢູ່ແລ້ວ ຫຼື ອາຫານທີ່ເຮັດໃຫ້ໂລກປະຈໍາຕົວຂອງເຮົາທີ່ມີຢູ່ແລ້ວຮຸນແຮງຂຶ້ນ ຕົວຢ່າງຄົນທີ່ເປັນພະຍາດເບົາຫວານ (ຫ້າມກິນຂອງຫວານ), ຄວາມດັນ (ຫ້າມກິນເນື້ອສັດ, ອາຫານມັນ…), ປາດົງຂໍ່ (ຫ້າມກິນຍອດຜັກ, ສັກປີກ.
5 ອີກສິ່ງໜຶ່ງທີ່ສໍາຄັນຄືຫ້າມກິນເອວກໍຮໍຊ່ວງນີ້ຖ້າຫຼີກລ້ຽງໄດ້ ເພາະເອວກໍຮໍຈະເຮັດໃຫ້ພູມຄຸ້ມກັນ່າງກາຍຂອງເຮົາມັນຕໍ່າລົງດໃຫ້ພະຍາດເຮົາມີອາການແຊກຊ້ອນ, ຮຸນແຮງເພີ່ມຂຶ້ນສະນັ້ນແນະນໍາອາຫານທີ່ເຮົາຄວນກິນສໍາບັບຜູ້ທີ່ຕິດເຊື້ອຈະເປັນຈໍາພວກອາຫານທີ່ຄົບ 5 ໝູ່ອາຫານທີ່ຍ່ອຍງ່າຍ, ເວລາປຸງແຕ່ງອາຫານຕ້ອງສຸກດີ, ບໍ່ມີລົດຊາດເຄັມ ຫຼື ຈັດຈົນເກີນໄປ.
ຈາກ: DT THIP, AMR