Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເຊົ້ານີ້ ແຜ່ນດິນໄຫວ 7 ຄັ້ງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດແຜ່ນດິນໄຫວໃນຄັ້ງວັນທີ 20 ທັນວາ 2021, ເວລາ 05:35 ໂມງຫາ 16:27 ໂມງ.
ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວໃນຂອບເຂດທົ່ວປະເທດ ເຊີ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 07 ຄັ້ງ, ໃນບໍລິເວນ ເຂດແຂວງ ໄຊຍະບູລີ ລາຍລະອຽດຂອງການເກີດແຜ່ນດິນໄຫວມີຄືດັ່ງລຸ່ມນີ້:
1. ໃນເວລາ 04:06:13 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.4459N ແລະ ເສັ້ນ ແວງທີ່ 101.366°E ຄວາມແຮງສັ່ນສະເທືອນວັດແທກໄດ້ 5.8 ຮິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ຫ້ວຍສະຫຼອດ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 4 Km .
2. ໃນເວລາ 04:02:41 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.461°N ແລະ ເສັ້ນ ແວງທີ່ 101.282°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຮິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ສະລາ ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 9 Km .
3. ໃນເວລາ 05:35:39 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.435°N ແລະ ເສັ້ນແວງທີ່ 101.254°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ສະລາ ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 10 Km .
4. ໃນເວລາ 07:08:41 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 19,462°N ແລະ ເສັ້ນແວງທີ່ 101.474°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຮິກເຕີ, ມີຄວາມເລິກຈາກໜ້າດິນ 9 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ມີໄຊ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 14 Km .
5. ໃນເວລາ 09:49:03 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 19.502°N ແລະ ເສັ້ນແວງທີ່ 101.320°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຮິກເຕີ, ມີຄວາມເລິກຈາກໜ້າດິນ 9 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ເສົາດຽວ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 11 Km .
6. ໃນເວລາ 11:45:03 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 19.419°N ແລະ ເສັ້ນແວງທີ່ 101.275°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.1 ຣິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ກິ່ວເປາະ, ເມືອງ ໄຊສະຖານ ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 8 Km.
7. ໃນເວລາ 16:27:45 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.507°N ແລະ ເສັ້ນແວງທີ່ 101.298°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຮິກເຕີ, ມີຄວາມເລິກຈາກໜ້າດິນ 5 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ສາມັກຄີ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 12 Km .
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍໃດໆ.