Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໄປບໍ່ລອດ! ຄົນຮ້າຍຝາກຢາບ້າ 12 ແພັກ ນຳບໍລິສັດຂົນສົ່ງດ່ວນ
ໃນວັນທີ 17 ທັນວາ 2021 ເຈົ້າຫນ້າທີ່ ປກສ ເມືອງພິນ ແຂວງສະຫວັນນະເຂດ ໄດ້ສືບຮູ້ຈະມີການຮັບເອົາຢາເສບຕິດ (ຢາບ້າ) ນໍາບໍລິສັດ ມີໄຊຂົນສົ່ງດ່ວນ ທີ່ສາຂາເຊທ່າມວກ ບ້ານຊະນະມິໄຊ ເມືອງພິນ.
ພາຍຫລັງສຶບຮູ້ ເຈົ້າຫນ້າທີ່ກໍໄດ້ຕິດຕາມເປົ້າຫມາຍຢ່າງບໍ່ຂາດສາຍຕາ, ມາຮອດເວລາ 10:00 ໂມງ ຂອງວັນດຽວກັນ ຈຶ່ງໄດ້ພົບເຫັນເປົ້າຫມາຍຖືກສົງໄສ ຂີ່ລົດຈັກບໍ່ມີຫມາຍເລກທະບຽນມາຮອດ ແລະ ກໍຈອດລົດຍ່າງເຂົ້າໄປບໍລິສັດ ມີໄຊຂົນສົ່ງດ່ວນ ສາຂາເຊທ່າມວກ ເປັນໄປຕາມການແຈ້ງບໍ່ແສ, ຜູ້ຖືກສົງໄສໄດ້ຍື່ນນໃບບິນຮັບເຄື່ອງ ໃຫ້ພະນັກງານ; ຈາກນັ້ນ, ພະນັກງານ ກໍເອົາແກັດມາໃຫ້ 1 ແກັດ, ເປັນແກັດສີນໍ້າຕານຂະຫນາດ 40×60 ຊັງຕີແມັດ.
ຫລັງຈາກເປົ້າຫມາຍຮັບເອົາເຄື່ອງແລ້ວ ເຈົ້າຫນ້າທີ່ ທີ່ຕິດຕາມຢູ່ນັ້ນ ກໍໄດ້ສະແດງຕົວ ຂໍກວດກາແກັດດັ່ງກ່າວ ເປີດເບິ່ງພົບເຫັນຢາບ້າບັນຈຸໃນແກັດ ຈຳນວນ 12 ແພັກ, ມີ 36 ມັດ ເທົ່າກັບ 72.000 ເມັດ, ຈຶ່ງໄດ້ຈັບ ທ້າວ ລຳໄພ ອາຍຸ 30 ປີ, ບ້ານນາທອງໃຕ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ, ນຳຕົວມາສອບຂະຫຍາຍຜົນ ຜູ້ກ່ຽວໄດ້ຊັດທອດເຖິງເຈົ້າຂອງຢາເສບຕິດ.
ຕົກມາຮອດວັນທີ 18 ທັນວາ 2021 ເວລາ 8:00 ໂມງ ເຈົ້າຫນ້າທີ່ ນຳຈັບ ທ້າວ ສີທົນ ຫລື ຕົ້ນ ອາຍຸ 31 ປີ, ບ້ານນາທອງໃຕ້ ເຈົ້າຂອງຢາ ໄດ້ທີ່ບ້ານແກ້ງກີ ເມືອງເຊໂປນ; ເຊິ່ງຜູ້ກ່ຽວສາລະພາບເປັນ
ຢາຂອງຕົນແທ້.
ໝາຍເຫດ: ບໍລິສັດຂົນສົ່ງດັ່ງກ່າວ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆຕໍ່ການກະທຳຄັ້ງນີ້.
ທີ່ມາ: ຄວາມສະຫງົບ