Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ດ່ວນ!ທ່ານນາຍົກ ປຣະຢຸດ ຈັນໂອຊາ ຂອງໄທ ສັ່ງປິດຮັບນັກທ່ອງທ່ຽວທັງໝົດ
ຕັ້ງແຕ່ວັນນີ້ເວລາ 14:30 ນາທີ ທີ່ທຳນຽບລັດຖະບານ ພົນເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງກະໂຫມ ຂອງໄທ ເປີດເຜີຍພາຍຫຼັງເປັນປະທານການປະຊຸມ ສຄບ.ວ່າ ທີ່ປະຊຸມສັ່ງປິດຮັບນັກທ່ອງທ່ຽວລາຍໃໝ່ເຂົ້າປະເທດຕັ້ງແຕ່ວັນນີ້ເປັນຕົ້ນໄປ.
ທັງນີ້ ນັກທ່ອງທ່ຽວທີ່ກຽມເດີນທາງເຂົ້າ ປະມານ 200,000 ຄົນ ເຂົ້າມາແລ້ວປະມານ 100,000 ກວ່າຄົນ ເຫລືອຄ້າງອີກປະມານ 90,000 ກວ່າຄົນ ສາມາດເຂົ້າມາໄດ້ເພາະເຊື້ອຫມັ້ນໃນມາດຕະການດູແລ ແຕ່ຄົນທີ່ຈະເຂົ້າໃຫມ່ ຂໍໃຫ້ປິດທັງຫມົດ.
ໂດຍນັກທ່ອງທ່ຽວ ທີ່ເຂົ້າມາແລ້ວໄດ້ສັ່ງກຳຊັບມາດຕະການເຂັມງວດ ຕາມມາດຕະການ ການແຜ່ລະບາດທີ ສາທາລະນະສຸກບັງຄັບໃຊ້ ຢືນຢັນ ໂອໄມຄຣອນ ລະບາດໄວ ແຕ່ບໍ່ຮຸນແຮງ ພຽງແຕ່ເຮົາຕ້ອງບໍ່ປະມາດ
ສ່ວນການຈັດງານປີໃຫມ່ຍັງຄົງຈັດໄດ້ເຫມືອນເດີມແຕ່ຕ້ອງເປັນໄປຕາມມາດຕະການຂອງກະຊວງສາທາລະນະສຸກ.

ຂໍ້ມູນຈາກ:PostToday