ທຸກຄົນເຄີຍຄົບຊ້ອນສູງສຸດຈັກຄົນ?ຖ້າໃຜຄິດວ່າແທ້ ລອງມາທ້າກັບແມ່ບຸ້ມ!!!

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໂອເຄ! ຮູ້ເລື່ອງ!!! ບຸ້ມ ປະນັດດາ ເຄີຍຄົບຊ້ອນ 33 ຄົນ

ທຸກຄົນເຄີຍຄົບຊ້ອນສູງສຸດຈັກຄົນ?ຖ້າໃຜຄິດວ່າແທ້ ລອງມາທ້າກັບແມ່ບຸ້ມ!!!

ຈາກຂ່າວກະແສໂດ່ງດັງທີ່ເປັນໄວຮັສໂຊຊ້ຽວທີ່ສາວມາເລເຊີຍໄດ້ເອົາສະໝຸດຄວາມຮັກຂອງເອື້ອຍທີ່ບັນທຶກລາຍຊື່ ແລະ ອາຍຸຂອງຄົນທີ່ເຄີຍຄົບເຊິ່ງລວມເກືອບ 40 ຄົນ ໄດ້ນໍາມາເຜີຍແຜ່ໃນໂຊຊ້ຽວ.

ງານນີ້ ບັນດາພິທິກອນລາຍການ ແຊະ (แซะ) ທີ່່CHANGE2561 ເຊິ່ງພິທິກອນທັງ 3 ຄົນ ບຸ໋ມ ປະນັດດາ, ອັ໋ນ ພູວະນາດ ແລະ ແກ້ມບຸ໋ມ ປຣີຍະດາ ໄດ້ເຜົາກັນເອງເລື່ອງປະສົບການການຄົບຊ້ອນຂອງແຕ່ລະຄົນ

ອັ໋ນ ພູວະນາດ: ສູງສຸດໃນຊີວິດ 2 ຄົນ

ແກ້ມບຸ໋ມ ປຣີຍະດາ: ປະມານ 5 ຄົນ
ອັ໋ນ ພູວະນາດ: ງານນີ້ມາເຖິງຜຽນຂອງນາງສາວໄທ ບຸ໋ມ ປະນັດດາ

ບຸ໋ມປະນັດດາ: ສູງສຸດຄື 33 ຄົນ ມີທັງຢູ່ຕ່າງແຂວງ ແລະ ຕ່າງປະເທດ

ງານນີ້ເຮັດເອົາຫຼາຍຄົນຮ້ອງວ້າວ!! ກັນເລີຍ ເຊິ່ງ ບຸ້ມ ຍັງບອກອີກວ່ານີ້ແມ່ນສະເພາະຄົບບໍ່ນັບຄົນລົມ ຖ້ານັບໜ້າຈະປະມານ 100 ເຖິງຂັ້ນມີຄົນໂທເຂົ້າມາໃສ່ໂທລະສັບຢູ່ເຮືອນຈົນພໍ່ທີ່ຮັບໂທລະສັບຕ້ອງຮັບວາງຮັບວາງມື້ໜຶ່ງເປັນ 40 ສາຍ

ບຸ້ມ ປະນັດດາ ໄດ້ຝາກບອກກັບສາວໆທັງຫຼາຍວ່າ ຜູ້ຊາຍຕອນຄົບຕອນຈີບໜ້າຮັກທຸກຄົນ ແຕ່ພໍຄົບເປັນແຟນແລ້ວນິໄສແທ້ຈຶ່ງຈະອອກມາ

ກໍເລີຍເລືອກໃຊ້ວິີທີນີ້ຕົກລົງເປັນແຟນກັບເຂົາເພື່ອທີ່ຈະໄດ້ເຫັນທາດແທ້ໃນໂຕຂອງເຂົາວ່າເປັນຄົນແນວໃດ ເບິ່ງແຍງເຮົາດີບໍ່?

Related Posts

Leave a Reply

Your email address will not be published. Required fields are marked *