Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໂຄວິດ-19 ມີຜູ້ຕິດເຊື້ອສະເລ່ຍ 1.000 ຄົນຕໍ່ວັນ ແຕ່ຍັງບໍ່ມີຢາປິ່ນປົວສະເພາະ
ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 24 ທັນວາ ນີ້ວ່າ: ປັດຈຸບັນການລະບາດຂອງໂຄວິດ-19 ໃນປະເທດຍັງມີລາຍງານການຕິດເຊື້ອສູງຢູ່ ສະເລ່ຍ 1.000 ຄົນຕໍ່ວັນ ໂດຍສະເພາະນະຄອນຫຼວງວຽງຈັນ ແລະ ແຂວງຈຳນວນໜຶ່ງຍັງມີລາຍງານໂຕເລກການຕິດເຊື້ອປະຈຳວັນສູງ.

ຄຽງຄູ່ກັນນັ້ນສະພາບການລະບາດທົ່ວໂລກຍັງມີທ່າອ່ຽງສູງຂຶ້ນໃນຫຼາຍປະເທດ ເນື່ອງຈາກສາຍພັນໂອໄມຄຣອນ ຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດ ອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້.
ທ່ານໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນນີ້ຍັງບໍ່ມີຢາປິ່ນປົວພະຍາດໂຄວິດ-19 ສະເພາະ, ສະນັ້ນມີແຕ່ວິທີການຮັກສາສຸຂະພາບທົ່ວໄປ (ເຊັ່ນ: ດື່ມນໍ້າໃຫ້ພຽງພໍຢ່າງໜ້ອຍ 2 ລິດຕໍ່ມື້, ກິນອາຫານໃຫ້ພຽງພໍ, ໃຫ້ຢາລົດໄຂ້ຖ້າມີອາການໄຂ້ສູງ ແລະ

ກະກຽມຢາພື້ນຖານທີ່ຈຳເປັນເຊັ່ນ: Paracetamol, Berberine, ORS, Mutivitamine, ບໍ່ແນະນຳໃຫ້ໃຊ້ຢາຕ້ານເຊື້ອ ແລະ ຢາ Steroid ເພື່ອປິ່ນປົວຜູ້ທີ່ມີອາການ ແລະ ອາການເບົາບາງ.
ປັດຈຸບັນກະຊວງສາທາລະນະສຸກໄດ້ອອກແຈ້ງການໃຫ້ປິ່ນປົວຢູ່ເຮືອນສຳລັບຜູ້ທີ່ມີເງື່ອນໄຂ ໂດຍແຍກໂຕເອງອອກຈາກຄອບຄົວ, ຕິດຕາມສຸຂະພາບໃນແຕ່ລະວັນ, ແຕ່ຖ້າມີອາການຫາຍໃຈຝືດ ຫາຍໃຈຍາກໃຫ້ໂທສາຍດ່ວນ 164 ເພື່ອແຈ້ງ ແລະ ເຂົ້າປິ່ນປົວຢູ່ໂຮງໝໍໂດຍສະເພາະຜູ້ທີ່ມີພະຍາດປະຈຳຕົວ ແລະ ຜູ້ສູງອາຍຸ.
(ຂ່າວ: ພູວັນ)