ອະດີດ ປະທານາທິບໍດີ ສ.ເກົາຫລີ🇰🇷 ໄດ້ຮັບອະໄພຍະໂທດ ຫລັງຖືກຈຳຄຸກໃນຂໍ້ຫາສໍ້ລາດບັງຫລວງ ລັດຖະບານອ້າງວ່າເພື່ອຄວາມປອງດອງ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ອະດີດ ປະທານາທິບໍດີ ສ.ເກົາຫລີ🇰🇷 ໄດ້ຮັບອະໄພຍະໂທດ ຫລັງຖືກຈຳຄຸກໃນຂໍ້ຫາສໍ້ລາດບັງຫລວງ ລັດຖະບານອ້າງວ່າເພື່ອຄວາມປອງດອງ.

ອະດີດປະທານາທິບໍດີຍິງເກົາຫລີໃຕ້ ພັກ ກຶນ-ເຍ ໄດ້ຮັບອະໄພຍະໂທດຈາກລັດຖະບານ ຫລັງຈາກໄດ້ຈຳຄຸກໃນຂໍ້ຫາສໍ້ລາດບັງຫລວງ.

ລັດຖະບານກະຊວງຍຸຕິທຳເກົາຫລີໃຕ້ໄດ້ຖະແຫລງວ່າ ປະທານາທິບໍດີ ມູນ ແຈ-ອິນ ແຫ່ງສ.ເກົາຫລີ ໄດ້ຮັບຮອງການອະໄພຍະໂທດໃຫ້ແກ່ ນາງພັກ ກຶນ-ເຍ ອະດີດປະທານາທິບໍດີຍິງທີ່ຖືກຈຳຄຸກຂໍ້ຫາສໍ້ລາດບັງຫລວງ ໂດຍເຂົາເປັນ 1 ໃນນັກໂທດຈຳນວນ 3,094 ຄົນ ທີ່ຈະຖືກປ່ອຍຕົວໃນວັນທີ 31 ທັນວາ 21ນີ້.

ທັງຍັງລະບຸວ່າການໃຫ້ອະໄພຍະໂທດຄັ້ງນີ້ເປັນໄປເພື່ອຄວາມປອງດອງໃນປະເທດ.

ນາງພັກ ເປັນອະດີດປະທານາທິບໍດີເກົາຫລີໃຕ້ໃນລະບອບປະຊາທິປະໄຕ ຄົນທຳອິດທີ່ຖືກຖອດຖອນອອກຈາກຕຳແຫນ່ງ ຫລັງຖືກກ່າວຫາວ່າຮຽກຮັບເງີນຈາກບໍລິສັດເອກະຊົນ ແລະ ເອື້ອປະໂຫຍດໃຫ້ພວກພ້ອງ ແລະ ຄອບຄົວຂອງຕົວເອງ.

ເມື່ອເດືອນມັງກອນ ທີ່ຜ່ານມາສານສູງສຸດເກົາຫລີໃຕ້ພິພາກສາຢືນໂທດຈຳຄຸກເຂົາ ເປັນເວລາ 20 ປີ.

ຢ່າງໃດກໍ່ຕາມ ມີລາຍງານວ່າ ນາງພັກ ກຶນ-ເຍ ມີບັນຫາເລື່ອງສຸຂະພາບຂະນະທີ່ຢູ່ໃນເຮືອນຈຳ ແລະ ກຳລັງຢູ່ໃນລະຫວ່າງກຽມຜ່າຕັດບ່າອີກດ້ວຍ.

#ไล่ตามกระแสข่าว

Related Posts

Leave a Reply

Your email address will not be published. Required fields are marked *