ເຈົ້າແຂວງວຽງຈັນ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງສປປລາວ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເຈົ້າແຂວງວຽງຈັນ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງສປປລາວ.

ໃນຕອນເຊົ້າຂອງວັນທີ 25 ທັນວາ 2021 ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ລົງຢ້ຽມຢາມເມືອງວັງວຽງ ແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍການນຳຂັ້ນແຂວງ,ເຈົ້າເມືອງວັງວຽງ.

ການມາຢ້ຽມຢາມຂອງ ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງ ສປປ ລາວ #ໃນຄັ້ງນີ້ໄດ້ເດີນທາງດ້ວຍລົດໄຟລາວ-ຈີນ ຄວາມໄວສູງ ຂະບວນລ້ານຊ້າງ ຈາກສະຖານີລົດໄຟນະຄອນຫຼວງວຽງຈັນ

ລົງຈອດທີ່ສະຖານີລົດໄຟວັງວຽງ ທີ່ຫາກໍສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນຕົ້ນເດືອນທັນວານີ້ ຊຶ່ງອັນນີ້ແມ່ນເປັນສັນຍາລັກ ແຫ່ງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ

ຕາມທິດ 4 ດີ, ຄູ່ຮ່ວມຊາຕາກໍາ ສັງຄົມນິຍົມ ລາວ-ຈີນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມ ຍິ່ງໆຂຶ້ນ.

ຂ່າວ : ບຸນມາ ແກ້ວບຸດດາ ນັກຂ່າວແຂວງວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *