Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ບຸກຈັບພໍ່ຄ້າລາຍໃຫຍ່
ປກສ ໄຊທານີ ມ້າງລາຍໃຫຍ່ ພ້ອມຂອງກາງ 31.000 ກວ່າເມັດ, ເງິນບາດ 3 ລ້ານກວ່າບາດ ແລະ ລົດໃຫຍ່ລົດຫຼູ 3 ຄັນ
ເຈົ້າໜ້າທີ່ໜ່ວຍຕໍາຫຼວດສະກັກກັ້ນ ແລະ ຕ້ານຢາເສບຕິດ ສົມທົບກັບກໍາລັງຕໍາຫຼວດວິຊາສະເພາະ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດກໍາລັງເຂົ້າມ້າງກຸ່ມແກ້ງເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ບ້ານດອນໜູນ ສາມາດຈັບຕົວໄດ້ 4 ຄົນ ພ້ອມຂອງກາງຢາບ້າ 31.000 ກວ່າເມັດ, ເງິນບາດ 3 ລ້ານກວ່າບາດ ແລະ ລົດໃຫຍ່ 3 ຄັນ.

ທ່ານ ພັດ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ວັນທີ 23 ທັນວາ 2021 ຕິດຕາມມ້າງຄະດີຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ບ້ານດອນໜູນ ເມືອງໄຊທານີ ໄດ້ 4 ຄົນ

ລວມມີຢາບ້າທັງໝົດ 31.210 ເມັດ; ຜູ້ຖືກທັງ 4 ຄົນ ຊື່: ທ້າວ ສຸບັນ ອາຍຸ 58 ປີ ມີ ຢາບ້າ 30.000 ເມັດ; ທ້າວ ອາລີ ອາຍຸ 39 ປີ ມີຂອງກາງ 210 ເມັດ; ນາງ ໄຊພອນ ອາຍຸ 57 ປີ ມີຂອງກາງ 1.000 ເມັດ ແລະ ທ້າວ ສາຍສະໝອນ ອາຍຸ 29 ປີ ບໍ່ມີຂອງກາງ.

ເຄື່ອງຂອງກາງທີ່ພົວພັນໃນການເຄື່ອນໄຫວຄ້າຂາຍຢາເສບຕິດມີ: ເງິນກີບ 100 ກວ່າລ້ານກີບ, ເງິນບາດ 3.780.000 ບາດ, ວັດຖຸຄ້າຍຄືຄໍາຈໍານວນໜຶ່ງ, ລົດໃຫຍ່ 3 ຄັນ,ໃນນັ້ນ ລົດແລນຄູເຊີ ປຣາໂດ ສີຂາວ ເລກທະບຽນ ອດ 4555 ກຳແພງນະຄອນ; ລົດຟໍຈູນເນີອໍເນວ ສີຂາວ ເລກທະບຽນ ຫດ 3838 ກໍາແພງນະຄອນ ແລະ

ລົດແຣງໂຣເວີ ສີຂາວ ເລກທະບຽນ ມມ 1112 ກໍາແພງນະຄອນ, ໂທລະສັບ 3 ເຄື່ອງ ມາດຳເນີນຄະດີຕາມກົດໝາຍ.

.

.
