Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຫົວໜ້າຕໍານິລູກຈ້າງເລື່ອງຕິດປ້າຍລາຄາຜິດ ເຮັດໃຫ້ລູກຈ້າງຈູດໄຟເຜົາຮ້ານ
ໃນວັນທີ 23 ທັນວາ 2021 ຈາກການລາຍງານຂອງສໍານັກຂ່າວຕ່າງປະເທດ ໄດ້ເກີດເຫດພະນັກງານຈູດໄຟເຜົາຮ້ານສັບພະສີນຄ້າແຫ່ງໜຶ່ງ ໃນເມືອງ ຕອມ ປະເທດ ລັດເຊຍ ຫຼັງຈາກຖືກຜູ້ຈັດການຮ້ານຕຳໜິທີ່ຕິດປ້າຍລາຄາສະຫຼັບກັນ.
ເຫດການດັ່ງກ່າວເກິດຂຶ້ນຍ້ອນ ທ້າວອາເລັກ ສະໄນເດີ ອາຍຸ 33 ປີ ກຳລັງປ່ຽນປ້າຍລາຄາສິນຄ້າ ແຕ່ຜູ້ຈັດການຕຳໜິຫຼາຍເກີນໄປຈົນຕົນເອງເບື່ອຈຶ່ງຕັດສິນໃຈຖອກ ແອວກໍຮໍ ລົງໃສ່ກ່ອງດອກໄມ້ໄຟຈາກນັ້ນກໍຈູດໄຟກ່ອນອອກຈາກຮ້ານສັບພະສິນຄ້າ.
ໂດຍທ້າວ ສະໄນເດີ ໄດ້ຍອມຮັບກັບຕຳຫຼວດວ່າ: ເຫັນວິນຍານສີຂາວຢູ່ບ່ອນຊໍາລະເງິນ ແລະ ໄດ້ໃຊ້ສະເປຊີດ ພ້ອມທັງຈູດໄຟບ່ອນຊໍາລະເງີນນັ້ນ ທັນທີທີ່ໄຟລຸກໄໝ້ລາວກໍເຫັນເຈົ້າໜ້າທີ່ຮັກສາຄວາມປອດໄພມາດັບໄຟ ແລະ ໄດ້ຍິນສຽງຮ້ອງແຕກຕື່ນ ແລ້ວຕົນເອງກໍຫັນຫຼັງໃສ່ເສື້ອກັນໜາວ ແລະ ຍ່າງກັບທີ່ພັກ.
ສຳລັບເຫດການໃນຄັ້ງນີ້ເຮັດໃຫ້ສ້າງຄວາມເສຍຫາຍປະມານຫຼາຍກວ່າສິບລ້ານລູເບີ ຫຼື ປະມານ 1.6 ຕື້ ກີບ ສ່ວນຄົນທີ່ເປັນລູກຄ້າ ແລະ ພະນັກງານພາຍໃນຮ້ານສັບພະສິນຄ້າຈຳນວນ 200 ຄົນໄດ້ທຳການອົບພະຍົບອອກມາຢ່າງປອດໄພ ໂດຍຕຳຫຼວດໄດ້ລະບຸເພີ່ມເຕີມວ່າ;
ເປັນຄວາມໂຊກດີທີ່ບໍ່ມີຄົນບາດເຈັບ ຫຼື ຕາຍ ແລະ ເຈົ້າໜ້າທີ່ໄດ້ໃຊ້ເວລາເຖິງ 11 ຊົ່ວໂມງ ໃນການຢຸດເຫດໄຟໄໝ້ໃນຄັ້ງນີ້.
ຊົມຄລີບ