ຍ້ອນເສບຢາແລ້ວເສຍສະຕິ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລູກຊາຍທໍລະພີຕີແມ່ ແລະ ນ້ອງສາວ ຍ້ອນເສບຢາແລ້ວເສຍສະຕິ

ເຈົ້າໜ້າທີ່ ປກສ ກຸ່ມ ສີວິໄລ ເມືອງໄຊທານີ ໄດ້ເຂົ້າກັກຕົວເປົ້າໝາຍທຳຮ້າຍຮ່າງກາຍ ໄດ້ 1 ຄົນ ຊື່ ທ້າວ ຄຳຮູ້ ອາຍຸ 29 ປີ ຫວ່າງງານ ຢູ່ບ້ານຕານມີໄຊ ເມືອງໄຊທານີ ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ຜູ້ກ່ຽວໄດ້ມີການອາລະວາດທຳຮ້າຍຮ່າງກາຍຄອບຄົວ ຜູ້ເປັນແມ່ ແລະ ນ້ອງສາວ ຢູ່ບ້ານຕານມີໄຊ ໜ່ວຍ 27.

ພັທ ແອັດດີ້ ວັນຄໍາ ທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຕໍ່ກັບການສອບສວນເບື້ອງຕົ້ນ ຜູ້ກ່ຽວແມ່ນຫາກໍ່ໄດ້ພົ້ນໂທດໃນຂໍ້ຫາເສບຢາເສບຕິດ ແລະ ຖືກປ່ອຍຕົວອອກຈາກຄ້າຍຄຸມຂັງ-ດັດສ້າງ ໃນເມື່ອບໍດົນມານີ້

ພາຍໃນ 1 ອາທິດຜ່ານມາ ພໍຮອດວັນທີ 23 ທັນວາ 2021 ໃນເວລາ 14:00 ໂມງ ທ້າວ ຄໍາຮູ້ ໄດ້ບັງຄັບໃຫ້ແມ່ຂາຍຄໍາ ແລະ ຊື້ໂທລະສັບໃຫ້ ພາຍຫຼັງໄດ້ໂທລະສັບກໍໄດ້ນຳໄປຈຳແລກເອົາເງິນເພື່ອໄປຊື້ຢາມາເສບ ແລ້ວຂາດສະຕິ.

ຈາກນັ້ນ, ຈິ່ງໄດ້ທຳຮ້າຍຮ່າງກາຍຜູ້ເປັນແມ່ ແລະ ນ້ອງສາວຂອງຜູ້ກ່ຽວ ດັ່ງນັ້ນ ຈຶ່ງຖືກເຈົ້າໜ້າທີ່ ກັກຕົວ ແລະສົ່ງມອບໃຫ້ກອງບັນຊາການ ປກສ ເມືອງໄຊທານີ ດຳເນີນຕາມຂັ້ນຕອນຂອງກົດໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *