ເດືອນ 11 ສປປ ລາວ ຂາດດຸນການຄ້າປະມານ 131 ລ້ານໂດລາ ເປັນຫ່ວງເງິນກີບອ່ອນຄ່າ ເດ່!

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເດືອນ 11 ສປປ ລາວ ຂາດດຸນການຄ້າປະມານ 131 ລ້ານໂດລາ ເປັນຫ່ວງເງິນກີບອ່ອນຄ່າ ເດ່!

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2021 ບັນລຸໄດ້ປະມານ 912 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 390 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 521 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 131 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນຳ້ຕານ, ຢາງພາລາ ແລະ ເຂົ້າ.

ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນຳ້ມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…),

ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນຳ້ມັນແອັດຊັງ, ແອັດຊັງພິເສດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ເຍື່ອໄມ້ ແລະ ເສດເຈ້ຍ.

ຂໍ້ມູນ ສູນຂໍ້ມູນຂ່າວສານດ້ານການຄ້າ

Related Posts

Leave a Reply

Your email address will not be published. Required fields are marked *