Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ວັນທີ 23 ທັນວາ 2021 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ເຊັນສັນຍາ ສືບຕໍ່ກໍ່ສ້າງ ໂຮງແຮມ ລາດຊະວົງ ພລາຊາ,
ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈໍາ ການ ຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຮຸ່ງເພັດ ຈັນທະ ວົງ ຮອງອະທິການບໍດີມະຫາວິ ທະຍາໄລແຫ່ງຊາດ, ເລຂາທິ ການສະມາຄົມ ມິດຕະພາບລາວ- ຈີນ,
ທ່ານ ເຊຍ ເກຍ ເວນ ເລ ຂາ ຄະນະພັກ ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ, ມີບັນດາ ຄະນະກົມໃຫຍ່, ຫ້ອງວ່າການ ກະຊວງ, ບັນດາຜູ້ແທນຈາກ ສະພາການຄ້າຈີນ ແລະ ບັນດາ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ໄດ້ລາຍງານສະພາບລວມຂອງ
ໂຄງການລາດຊະວົງພລາຊາ ວ່າ: ໃນວັນທີ 3 ທັນວາ 2013 ໄດ້ເຊັນສັນຍາຮ່ວມມືທຸລະກິດ ລະຫວ່າງ ກະຊວງປ້ອງກັນປະ ເທດ ຕາງໜ້າໂດຍກົມເສດຖະ ກິດ ຖືຮຸ້ນ 25% ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງ ຫາລິມະຊັບ ຈຳກັດ ຕາງໜ້າໂດຍ ທ່ານ ຟານຢຽນ ຜູ້ອຳນວຍການ ບໍລິສັດ ຖືຮຸ່ນ 75%, ແລະ ໃນ ມື້ດຽວກັນ ໄດ້ເຊັນສັນຍາເພີ່ມ ເຕີມຈຳນວນໜຶ່ງ, ເຊິ່ງເນື້ອ ໃນສັນຍາລວມມີວຽກຮື້ຖອນ ໂຮງແຮມລາດຊະວົງ ຫຼັງເກົ່າ ແລະ ເຮືອນພັກເກົ່າຄ້າຍປ່າແປກ ອອກ ເພື່ອກໍ່ສ້າງໂຮງແຮມລະດັບ 5 ດາວ,
ຫ້ອງການ, ອາພາດເມັນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ, ສູນບັນ ເທິງ, ສູນກີລາ, ຮ້ານອາຫານນາໆ ຊາດ ແລະ ອື່ນໆ ຢູ່ໃຈກາງນະ ຄອນຫຼວງວຽງຈັນ ໃນມູນຄ່າ ຫຼາຍກວ່າ 99 ລ້ານໂດລາສະ ຫະລັດ. ພາຍຫຼັງເຊັນສັນຍາ ບໍລິສັດ ຊົງຊີງ ຟາງເຕີ ພັດທະ ນາອະສັງຫາລິມະຊັບ ຈໍາກັດ ກໍໄດ້ດຳເນີນການກໍ່ສ້າງບັນດາ ໜ້າວຽກໂຄງສ້າງຫຼັກຂອງຕົວອາຄານສຳເລັດ ແຕ່ຍັງບໍ່ສົມບູນ ແລະ ໄດ້ຕົບແຕ່ງພາຍນອກສຳ ເລັດຈຳນວນໜຶ່ງ.
ຍ້ອນສະພາບ ການເງິນຂອງຜູ້ລົງທຶນຂາດສະ ພາບຄ່ອງຕົວ, ສັນຍາ ແລະ ນິຕິ ກຳກ່ຽວພັນຈຳນວນໜຶ່ງ ຍັງບໍ່ທັນ ສອດຄ່ອງ ແລະ ບໍ່ຮັດກຸມເທົ່າ ທີ່ຄວນ ສະນັ້ນ, ມາຮອດ ປີ 2016 ການຈັດຕັ້ງປະຕິບັດຕົວຈິງພົບຂໍ້ຫຍຸ້ງຍາກດໍາເນີນການ ຕໍ່ໄປບໍ່ໄດ້ ເຖິງຂັ້ນໂຄງການໄດ້ໂຈະການ ກໍ່ສ້າງເປັນການຊົ່ວຄາວຈົນເຖິງ ປັດຈຸບັນ. ຕໍ່ກັບສະພາບນີ້ ການ ນຳຂອງກະຊວງປ້ອງກັນປະເທດ
ກໍສຸດທີ່ເອົາໃຈໃສ່ໄດ້ຊີ້ນຳກົມ ກ່ຽວຂ້ອງຢ່າງຕໍ່ເນື່ອງ ແລະ ໄດ້ ແຕ່ງຕັ້ງຄະນະສະເພາະກິດແກ້ໄຂ ແລະ ຊຸກຍູ້ໂຄງການກໍ່ສ້າງໂຮງ ແຮມ ລາດຊະວົງ ພລາຊາ ມອບ ໝາຍໜ້າທີ່ໃຫ້ຄະນະດັ່ງກ່າວ ຊອກຫາທຸກວິທີທາງອອກຊ່ວຍ ເຫຼືອຜູ້ປະກອບການລົງທຶນ ເພື່ອ ໃຫ້ໂຄງການໄດ້ສືບຕໍ່ກໍ່ສ້າງໃຫ້ ສໍາເລັດ. ເພື່ອໃຫ້ຖືກຕ້ອງສອດ ຄ່ອງກັບລະບຽບກົດໝາຍການ ລົງທຶນ ແລະ ເປັນການກະຕຸກ ຊຸກຍູ້ອຳນວຍຄວາມສະດວກໃຫ້ ແກ່ຜູ້ປະກອບການເຂົ້າຫາແຫຼ່ງ ທຶນ, ສາມາດດຳເນີນໂຄງການ ລາດຊະວົງ ພລາຊາ ສໍາເລັດຕາມ ແຜນການ.
ຜ່ານການຄົ້ນຄວ້າ ປຶກສາຫາລືຮ່ວມກັນລະຫວ່າງຄະນະສະເພາະກິດ ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງ ຫາລິມະຊັບ ຈຳກັດ ຕາງໜ້າໂດຍ ທ່ານ ຟານຢຽນ ໄດ້ເຫັນດີເປັນເອ ກະພາບກັນລົບລ້າງສັນຍາ ເກົ່າ 6 ສະບັບ ເພື່ອສືບຕໍ່ພັດທະນາ ໂຄງການໃນຮູບແບບເຊົ່າທີ່ດິນ, ສ່ວນການລົງທຶນ ແລະ ບໍລິຫານ ໂຄງການທັງໝົດແມ່ນ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງ ຫາລິມະຊັບ ຈຳກັດ ພຽງຝ່າຍ ດຽວຕາມລະບຽບກົດໝາຍ. ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈຳກັດ
ຈະໄດ້ ປັບປຸງແບບແຜນໂຄງການ ແລະ ຈະສືບຕໍ່ກໍ່ສ້າງໂຄງການໃຫ້ສຳ ເລັດພາຍໃນເວລາ 2 ປີ ນັບແຕ່ ມື້ລົງລາຍເຊັນສັນຍາເປັນຕົ້ນ ໄປໂດຍໄດ້ແບ່ງເປັນ 2 ໄລຍະຄື: ໄລຍະທີ 1: ເວລາ 6 ເດືອນ ພາຍ ຫຼັງສອງຝ່າຍລົງລາຍເຊັນໃສ່ ສັນຍາສະບັບນີ້ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິ ມະຊັບ ຈຳກັດ ຕ້ອງດຳເນີນການ ກໍ່ສ້າງບັນດາໜ້າວຽກທີ່ຍັງຄ້າງ ເປັນຕົ້ນ: ວຽກກໍ່ສ້າງ ແລະ ຕົບ
ແຕ່ງຕົວອາຄານດ້ານຮອບນອກ ທັງໝົດ, ກໍ່ສ້າງ ແລະ ຕົບແຕ່ງພື້ນທີ່ໃຊ້ສອຍຂອງໂຄງການຊັ້ນລຸ່ມ, ບ່ອນຈອດລົດໃຕ້ດິນ, ກໍ່ສ້າງ ແລະ ຕົບແຕ່ງສວນອ້ອມໂຄງການ, ບ່ອນຈອດລົດຊົ່ວຄາວຮັບສົ່ງ ລູກຄ້າ ແລະ ສິ່ງກໍ່ສ້າງປະຕິມະ ກຳເອກະລັກຂອງໂຄງການໃຫ້ ສໍາເລັດ, ກໍ່ສ້າງ, ຕົບແຕ່ງສູນ ການຄ້າ, ຮ້ານຄ້າປອດພາສີ ໃຫ້ ສາມາດເປີດບໍລິການໄດ້ໃນປີ 2022; ໄລຍະທີ 2: ພາຍໃນປີ 2023 ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈໍາກັດ ຈະກໍ່ສ້າງໂຄງການລາດ ຊະວົງ ພລາຊາ ໃຫ້ສໍາເລັດຢ່າງ ສົມບູນ ແລະ ສາມາດເປີດບໍລິ ການຮັບໃຊ້ສັງຄົມເຕັມຮູບແບບ ໂຮງແຮມ 5 ດາວຕາມມາດຕະ ຖານສາກົນ.
ໃນພິທີ ດັ່ງກ່າວຕາງໜ້າກະ ຊວງປ້ອງກັນປະເທດ ເຊັນສັນຍາ ໂດຍ ສະຫາຍ ພັນເອກ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດ ຖະກິດ, ສະຫາຍ ພົນຈັດຕະວາ ສາຍ ໃຈ ກົມມະສິດ ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຮອງຫົວໜ້າກົມກົດ ໝາຍກະຊວງປ້ອງກັນປະເທດ ຮ່ວມລົງນາມ ແລະ ຕາງໜ້າບໍລິ ສັດ
ໂດຍ ທ່ານ ຟານຢຽນປະ ທານ ບໍລິ ສັດ ຊົງ ຊີງ ຟາງເຕີ ພັດທະນາອະສັງຫາລິມະຊັບ ຈໍາ ກັດ ພ້ອມ ທ່ານ ເຊນ ຊຽນຄະນະ ອໍານວຍການໃຫຍ່ບໍລິສັດເອບີ ກໍ່ສ້າງ-ຂົວທາງ ແລະສ້ອມແປງ ເຄຫາສະຖານຈຳກັດ ແລະ ທ່ານ ຢາວ ຈູເຣນ ຜູ້ອໍານວຍການ ໃຫຍ່ບໍລິສັດຮຸ່ງເຮຶອງຄຸນນະທໍາ ທີ່ປຶກສາກົດໝາຍຈຳກັດຮ່ວມລົງ ນາມເປັນສັກຂີພະຍານ
ໂດຍ: ແສງເດືອນ