Facebook/Meta ຖືກຄັດເລືອກເປັນບໍລິສັດຂີ້ຮ້າຍທີ່ສຸດແຫ່ງປີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


Facebook/Meta ຖືກຄັດເລືອກເປັນບໍລິສັດຂີ້ຮ້າຍທີ່ສຸດແຫ່ງປີ

ທຸກເດືອນທັນວາ Yahoo Finance ຈະຄັດເລືອກບໍລິສັດແຫ່ງປີ ໂດຍອີງຈາກປະສິດທິພາບທາງການຕະຫລາດແລະຄວາມສຳເລັດໃນປີນັ້ນໆ.

ໂດຍໃນປີ 2021 Microsoft เປັນບໍລິສັດທີ່ໄດ້ຕຳແໜ່ງສູງສຸດໄປ ເພາະມີມູນຄ່າທາງກາຍຕະຫລາດເພີ່ມຂຶ້ນເຖິງ 2 ລ້ານລ້ານໂດລາ ແລະມີການເພີ່ມຂຶ້ນຂອງລາຄາຮຸ້ນເຖິງ 53% ເມື່ອທຽບກັບຊ່ວງຕົ້ນປີ.

ໃນທາງກັບກັນນອກຈາກບໍລິສັດທີ່ດີທີ່ສຸດແລ້ວ Finance Yahoo ຢັງໄດ້ຄັດເລືອກບໍລິສັດທີ່ຂີ້ຮ້າຍທີ່ສຸດຜ່ານການໂຫວດຈາກຜູ້ໃຊ້ງານວ່າ ບໍລິສັດໃດທີ່ເຮັດໃຫ້ພວກເຂົາຫງຸດຫງິດໃຈຫລາຍທີ່ສຸດ.

ຈາກຜູ້ຮ່ວມໂຫວດຈຳນວນ 1,541 ຄົນ ພົບວ່າ ພວກເຂົາໂມໂຫແລະຫງຸດຫງິດກັບຫຼາກຫຼາຍບໍລິສັດ ແຕ່ມີໜຶ່ງບໍລິສັດທີ່ກະຕຸກຕ່ອມໂມໂຫຂອງພວກເຂົາຫລາຍທີ່ສຸດ ແລະໄດ້ຮັບຜົນໂຫວດເຖິງ 8% ຈາກຜູ້ເຂົ້າຮ່ວມໂຫວດທັງໝົດ ຊຶ່ງບໍລິສັດນັ້ນກໍຄື Facebook ນັ້ນເອງ!

ນີ້ອາດຈະເປັນອີກເຫດຜົນໜຶ່ງວ່າ ເປັນຫຍັງ Facebook ຈຶ່ງຕັດສິນໃຈປ່ຽນຊື່ບໍລິສັດເປັນ Meta Platforms

ປີນີ້ຖືເປັນປີໜຶ່ງທີ່ Facebook ຕ້ອງຮັບມືກັບການໂຈມຕີຕ່າງໆຫລວງຫລາຍ ທັງເລື່ອງຂອງການຜູກຂາດ (antitrust) ແລະການກ່າວຫາວ່າບໍລິສັດຢຸດເສີຍຕໍ່ຄວາມປອດໄພເພື່ອການເຕີບໂຕ

ເຊິ່ງສະພາຄອງເກຼດໄດ້ຮຽກຮ້ອງຄຳຕອບຈາກບໍລິສັດໃນທັງ 2 ປະເດັນນີ້ ພ້ອມທັງຍັງມີນັກວິຈານອີກກຸ່ມທີ່ລະບຸວ່າ Facebook ສົ່ງເສີມໃຫ້ມີການເຜີຍແຜ່ຂໍ້ມູນທີ່ຜິດ (spread of misinformation)

ໃນຜົນໂຫວດພົບວ່າ Facebook ໄດ້ຮັບຄະແນນຄວາມບໍ່ຖືກໃຈຜູ້ໃຊ້ຫລາຍເປັນອັນດັບທີ່ໜຶ່ງ ຫລາຍກວ່າອັນດັບທີ່ 2 ຢ່າງ Alibaba ເຖິງ 50%

ນອກຈາກ Facebook ແລະ Microsoft ແລ້ວ Yahoo Finance ຍັງໄດ້ລະບຸບໍລິສັດທີ່ຄວນເວົ້າເຖິງເປັນພິເສດ ເຊັ່ນ Alibaba ທີ່ມີມູນຄ່າຫລຸດລົງເກືອບ 50% ທຽບກັບຕົ້ນປີ, AT&T ມູນຄ່າຫລຸດລົງ 24% ທຽບກັບຕົ້ນປີ, Tesla ທີ່ເຖິງວ່າມູນຄ່າຈະສູງຂຶ້ນ ແຕ່ກັບສ້າງຄວາມບໍ່ພໍໃຈໃຫ້ຜູ້ບໍລິໂພກຈາກການປ່ອຍຜະລິດຕະພັນ ທັງໆທີ່ບໍ່ມີຄວາມພ້ອມ ແລະຍັງມີເລື່ອງກ່ຽວກັບການລ່ວງລະເມີດທາງເພດນຳພ້ອມ.

ນັກທຸລະກິດມືໃໝ່ NewCEOLAOS

Related Posts

Leave a Reply

Your email address will not be published. Required fields are marked *