(WHO) ຫວຽດນາມ ໃຫ້ຫັນປ່ຽນ ຈາກການຄວບຄຸມ ເປັນ “ດຳລົງຊີວິດຮ່ວມກັບ ໂຄວິດ-19 ຢ່າງປອດໄພ”

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


(WHO) ຫວຽດນາມ ໃຫ້ຫັນປ່ຽນ ຈາກການຄວບຄຸມ ເປັນ “ດຳລົງຊີວິດຮ່ວມກັບ ໂຄວິດ-19 ຢ່າງປອດໄພ”

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ່ານ ປ.ອ ຄີດົງ ພາກ ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ອົງການອະນາໄມໂລກ (WHO) ໄດ້ໃຫ້ຄຳໝັ້ນສັນຍາຮັກສາການສົມທົບກັນຢ່າງແໜ້ນແຟ້ນ ກັບລັດຖະບານ ຫວຽດນາມ ໃນທຸກດ້ານກ່ຽວກັບວິວັດການຫັນປ່ຽນຈາກໄລຍະຄວມຄຸມພະຍາດລະບາດ ໂຄວິດ-19 ໄປເປັນໄລຍະດຳລົງຊີວິດຮ່ວມຢ່າງປອດໄພ, ພະຍາດລະບາດ ໂຄວິດ-19 ບໍ່ໄດ້ຖືວ່າແມ່ນພະຍາດລະບາດຕໍ່ໄປແລ້ວ ແຕ່ເປັນພະຍາດພິເສດຊະນິດໜຶ່ງ.

ສິ່ງທີ່ສຳຄັນທີ່ສຸດໃນໄລຍະນີ້ແມ່ນ ເພີ່ມທະວີການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ປະຕິບັດບັນດາມາດຕະການທີ່ຈຳເປັນເພື່ອບໍ່ໃຫ້ລະບົບສາທາລະນະສຸກຕົກເຂົ້າສູ່ສະພາບເຄື່ອນໄຫວເກີນຄວາມສາ ມາດ.

ທ່ານ ຄີດົງ ພາກ ໄດ້ຕີລາຄາສູງບັນດາຄວາມພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນການແຜ່ລະບາດໃນຮອບຕ່າງໆ, ພ້ອມທັງສະແດງຄວາມເຄົາລົບຕໍ່ການປະຕິບັດຄຳໝັ້ນສັນຍາຂອງບັນດາທ້ອງຖິ່ນ ຜ່ານວຽກງານຂອງກຸ່ມຊຸມຊົນ ປ້ອງກັນ, ສະກັດກັ້ນພະຍາດລະບາດ ໂຄວິດ-19 ດ້ວຍການປະຕິບັດມາດຕະການ 5 ຂໍ້ ແລະ ຍຸດທະສາດສັກວັກຊິນໃນຂອບເຂດທົ່ວປະເທດ.

ຂໍ້ມູນ ປະເທດລາວ.

Related Posts

Leave a Reply

Your email address will not be published. Required fields are marked *