ກຸ່ມບໍລິສັດ ພົງສະຫວັນ ມອບລົດນຳ ສົ່ງຄົນເຈັບ 6 ຄັນ ໃຫ້ລັດຖະບານ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກຸ່ມບໍລິສັດ ພົງສະຫວັນ ມອບລົດນຳ ສົ່ງຄົນເຈັບ 6 ຄັນ ໃຫ້ລັດຖະບານ

ຂປລ. ໃນຕອນບ່າຍວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບລົດຊ່ວຍເຫລືອ ເປັນລົດນໍາສົ່ງຄົນເຈັບ (Ambulance) ຈໍານວນ 06 ຄັນ, ລວມມູນຄ່າ 294.000 ໂດລາສະຫະລັດ ຈາກກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໃຫ້ແກ່ລັດຖະບານ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະທີ່ກ່ຽວຂ້ອງ ກໍ່ຄື ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19,

ໂດຍໃຫ້ກຽດເຂົ້າຮ່ວມພິທີ ຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີພະນັກງານທີ່ກ່ຽວຂ້ອງ ຂອງຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ແລະ ບໍລິສັດ ເຂົ້າຮ່ວມ.
ໃນໂອກາດກ່າວມອບລົດຄັ້ງນີ້, ທ່ານ ຈັນທອນ ສິດທິໄຊ ປະທານກຸ່ມ ບໍລິສັດ ພົງສະຫວັນ ຈຳ ກັດ ໄດ້ກ່າວວ່າ:

ຈຸດປະສົງ ຂອງການມອບລົດນໍາສົ່ງຄົນເຈັບຊ່ວຍລັດຖະບານ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນຊ່ວຍພັກ-ລັດຖະບານ ກໍ່ຄືຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-ບໍລິການຮັບໃຊ້ສັງຄົມ ລວມທັງການຂົນສົ່ງຄົນເຈັບສຸກເສີນ ແລະ ຄົນເຈັບທົ່ວໄປ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະ ທັນການ.

ນອກ ຈາກນີ້, ໃນໄລຍະຜ່ານມາ ກຸ່ມບໍລິສັດ ພົງສະຫວັນ ໄດ້ປະກອບສ່ວນມອບເຄື່ອງຊ່ວຍເຫລືອ ອຸປະກອນການແພດຕ່າງໆ ແລະ ເຄື່ອງອຸປະໂພກບໍລິໂພກໃຫ້ແກ່ລັດຖະບານ ກໍ່ຄື ຄະນະສະເພາະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ລວມມູນຄ່າ ປະມານ 1 ລ້ານໂດລາສະຫະລັດ.

ໃນໂອກາດດຽວກັນ, ທ່ານ ຄຳເຈນ ວົງໂພສີ ຕາງໜ້າລັດຖະບານ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ບໍລິສັດ ທີ່ໄດ້ປະກອບສ່ວນໃຫ້ການຊ່ວຍເຫລືອແກ່ລັດຖະບານ ໃນຄັ້ງນີ້, ຊຶ່ງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງວຽກງານການບໍລິການຮັບໃຊສັງຄົມ, ທັງສະແດງເຖິງຄວາມເປັນຫ່ວງເປັນໃຍ, ເສຍສະຫລະ ແລະ ສະໜັບສະໜູນ ການປະຕິບັດໜ້າທີ່ວຽກງານຂອງລັດຖະບານ ກໍ່ຄືຂອງຄະນະສະເພາະກິດ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈະສົມທົບກັບກະຊວງສາທາລະນະສຸກ ເພື່ອແຈກຢາຍລົດນຳສົ່ງຄົນເຈັບດັ່ງກ່າວ ໃຫ້ພາກສ່ວນກ່ຽວຂ້ອງນຳໃຊ້ຖືກຕາມເປົ້າໝາຍ. ພ້ອມກັນນີ້, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມອບໃບຍ້ອງຍໍໃຫ້ບໍລິສັດດັ່ງກ່າວ, ເພື່ອສະແດງຄວາມຂອບໃຈ ແລະ ຈາລຶກຜົນງານການຊ່ວຍເຫລືອຄັ້ງນີ້.

ຂ່າວ-ພາບ: ຫສນຍ 9029: 9078: 9060: 9080: 9071

Related Posts

Leave a Reply

Your email address will not be published. Required fields are marked *