Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສະຖານີຫລວງພະບາງ ອອກມາເຕືອນ
ເຖີງຜູ້ໂດຍສານທຸກທ່ານ: ເພື່ອໃຫ້ທຸກທ່ານໃສະພາບແວດລ້ອມໃນການຊື້ປີ້(Ticket)ທີ່ດີ ທາງສະຖານີລົດໄຟອອກປະກາດດັ່ງຕໍ່ໄປນີ້:
1.ກະລຸນາຊື້ປີ້ລົດໄຟຈາກຊ່ອງທາງທີ່ເປັນທາງການ. ປະຈຸບັນມີແຕ່ປ່ອງຂາຍປີ້ຂອງສະຖາລົດໄຟຕ່າງໆເຊັ່ນ: (ນະຄອນຫລວງວຽງຈັນ,ໂພນໂຮງ,ວັງວຽງ,ຫລວງພະບາງ,ເມືອງໄຊ,ບໍ່ເຕັນ) ເປັນຊ່ອງທາງຊື້ປີ້ຢ່າງເປັນທາງການ ແລະ ບໍ່ມີຄ່າທຳນຽມໃນການຊື້ປີ້.
2.ກະລຸນາຢ່າປີ້ລົດໄຟຈາກຊ່ອງທີ່ບໍ່ເປັນທາງການ. ຊ່ອງທາງທີ່ບໍ່ເປັນທາງການມັກຈະຊອກຫາຜົນປະໂຫຍດໂດຍການເພີ່ມຄ່າທຳນຽມ,ການຈ່າຍເງີນມັດຈຳ ແລະ ການສ້າງປີ້(Ticket)ປອມ,ເຊີ່ງຈະເຮັດໃຫ້ທ່ານສູນເສຍຊັບສິນ.
3.ກະລຸນາຢ່າໃຫ້ຄົນແປກຫນ້າຊ່ວຍຊື້ປີ້. ໂດຍສະເພາະພວກສວຍໂອກາດບາງຈຳພວກອ້າງວ່າເຂົາເຈົ້າຮູ້ຈັກພະນັກງານສະຖານີເພື່ອຊື້ປີ້ໃຫ້ຜູ້ໂດຍສານ.
ເມື່ອທ່ານເອົາເງີນໄປມອບໃຫ້ເຂົາເຈ້າ,ທ່ານອາດຈະຖືກຫລອກລວງ ຫລື ຂໍຜົນປະໂຫຍດຈາກທ່ານ.
ຂໍ້ມູນຈາກ: LCR