ໂຮງໝໍມິດຕະພາບ ຈະໄດ້ຮັບການປັບປຸງໃຫ້ທັນສະໄໝຮອບດ້ານ ຄາດຈະໃຊ້ງົບ 12 ລ້ານໂດລາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໂຮງໝໍມິດຕະພາບ ຈະໄດ້ຮັບການປັບປຸງໃຫ້ທັນສະໄໝຮອບດ້ານ ຄາດຈະໃຊ້ງົບ 12 ລ້ານໂດລາ

ໂຮງໝໍ ແມ່ນສະຖານທີ່ປະຊາຊົນຝາກຄວາມຫວັງສໍາລັບການຮັກສາ, ປິ່ນປົວ ພະຍາດຕ່າງໆ ໂດຍ ສຳລັບໂຮງໝໍມິດຕະພາບຣັດເຊຍ-ລາວ ທີ່ສ້າງຂຶ້ນໃນປີ 1990 ເພື່ອເປັນສ່ວນໜຶ່ງຂອງການຊ່ວຍເຫລືອຂະໜາດໃຫຍ່ຮອບດ້ານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມອບໃຫ້ປະຊາຊົນລາວ.

ສໍາລັບປະຊາຊົນ ສປປ ລາວ ຫຼາຍລຸ້ນຄົນ, ໂຮງໝໍແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາສັນຍາລັກຫຼັກ ຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຣັດເຊຍ ແລະ ລາວ, ສາຍພົວພັນມິດຕະພາບອັນໃກ້ຊິດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ນັບມື້ນັບພັດທະນາ.

ວັນທີ 19 ທັນວານີ້, ລັດຖະບານຂອງສະຫະພັນຣັດເຊຍ ໄດ້ອະນຸມັດການສຶກສາຄວາມເປັນໄປໄດ້ສໍາລັບການປັບປຸງທີ່ທັນສະໄໝຂອງໂຮງຫມໍ ມິດຕະພາບ ຢ່າງຮອບດ້ານ, ກະກຽມໂດຍຫ້ອງການປະຈຳປະເທດ ສໍາລັບການບໍລິການໂຄງການຂອງອົງການສະຫະປະຊາຊາດ (UNOPS).

ການປັບປຸງໂຮງໝໍມິດຕະພາບ ລາວ-ຣັດເຊຍ ໃຫ້ທັນສະໄໝທີ່ຈະມາເຖິງ, ລັດຖະບານສະຫະພັນຣັດເຊຍ ຈະໃຊ້ງົບ 12 ລ້ານໂດລາສະຫະລັດ, ຈະປັບປຸງລະບົບສາທາລະນະສຸກຂອງ ສປປ ລາວ ຕື່ມອີກ, ເສີມຂະຫຍາຍຄວາມສາມາດຕ້ານການຕິດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ແລະ ປະຕິບັດພາລະກິດປົດປ່ອຍປະເທດລາວອອກຈາກໝວດ “ປະເທດດ້ອຍພັດທະນາໃນໂລກ” ໃນປີ 2026, ພ້ອມທັງບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ຂ່າວຈາກ: Russian Embassy in Laos

Related Posts

Leave a Reply

Your email address will not be published. Required fields are marked *