Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເກົາຫລີ ອະນຸມັດສຸກເສີນ ເພຶ່ອໃຊ້ຢາເມັດ ໄຟເຊີຣ Pfizer ປິ່ນປົວໂຄວິດ-19
ຕາມຂ່າວ ຂອງ ເກົາຫລີ, ວັນທີ 27 ທັນວາ, ກະຊວງ ອາຫານ ແລະ ຢາຂອງ ເກົາຫລີ ອະນຸມັດໃຫ້ໃຊ້ ຢາເມັດຕ້ານເຊື້ອ ພະຍາດ ໂຄວິດ-19 ໂດຍແມ່ນຂອງ ບໍລິສັດ ໄຟເຊີຣ Pfizer ເປັນກໍລະນີ ສຸກເສີນ ເປັນຢາປິ່ນປົວ ຮັບປະທານ ອັນທຳອິດ ທີ່ຖືກອະນຸມັດ ໃຫ້ໃຊ້ ໃນ ເກົາຫລີ.
ໂດຍທ່ານ ຄີມ ກັງລີບ ລັດຖະມົນຕີ ກະຊວງ ອາຫານ ແລະ ການຢາ ຖະແຫລງຂ່າວວ່າ: ຢາເມັດຂອງ ໄຟເຊີຣ Pfizer ທີ່ມີ ຊື່ວ່າ ແພກຊາໂລວິດ (Paxlovid) ຈະຊ່ວຍປ້ອງກັນ ບໍ່ໃຫ້ ຜູ້ຕິດເຊື້ອ ທີ່ປິ່ນປົວ ຢູ່ເຮືອນ ມີອາການຊຸດໜັກ,
ເປັນການ ເພີ່ມທາງເລືອກ ໃນການ ປິ່ນປົວ ນອກຈາກ ການສັກຢາໃຫ້ຜູ້ປ່ວຍ ທີ່ໃຊ້ຢູ່ໃນປັດຈຸບັນ, ຢານີ້ ແມ່ນອະນຸຍາດໃຫ້ໃຊ້ກັບ ຜູ້ຕິດເຊື້ອໂຄວິດ ທີ່ມີ ອາຍຸ 12 ປີຂຶ້ນໄປ.
ຂໍ້ມູນ ຂປລ.