ລາວ ສະເໜີໃຫ້ໄທ ຫລຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຂອງຜູ້ອອກແຮງງານລາວ ທີ່ຈະກັບຄືນໄປເຮັດວຽກຢູ່ໄທ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລາວ ສະເໜີໃຫ້ໄທ ຫລຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຂອງຜູ້ອອກແຮງງານລາວ ທີ່ຈະກັບຄືນໄປເຮັດວຽກຢູ່ໄທ

ສປປ ລາວ ສະເໜີໃຫ້ລັດຖະບານໄທ ພິຈາລະນາຄືນ ກ່ຽວກັບການອະນຸຍາດຈ້າງແຮງງານລາວ ເພື່ອໃຫ້ສາມາດກັບຄືນໄປເຮັດວຽກຢູ່ປະເທດໄທໄດ້ອີກ, ພ້ອມທັງຊ່ວຍໃຫ້ຫລຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ ຂອງຜູ້ອອກແຮງງານລາວ ທີ່ຈະກັບຄືນໄປເຮັດວຽກຢູ່ປະເທດໄທ

ເປັນຕົ້ນ ຫລຸດຄ່າທຳນຽມລົງຄ່າວິຊາ ຈາກ 2.000 ບາດຕໍ່ຄົນຕໍ່ 2 ປີ ໃຫ້ຍັງເຫລືອ 500 ບາດຕໍ່ຄົນຕໍ່ 2 ປີ ຕາມທີ່ເຄີຍປະຕິບັດກ່ອນການລະບາດຂອງພະຍາດໂຄວິດ-19 ແລະ ອະນຸຍາດໃຫ້ຜູ້ອອກ ແຮງງານທີ່ກວດບໍ່ພົບເຊື້ອໂຄວິດ-19 ເຂົ້າເຮັດວຽກນໍາຜູ້ໃຊ້ແຮງງານໄດ້ເລີຍ, ໂດຍບໍ່ຈຳເປັນຕ້ອງກັກໂຕອີກ, ເນື່ອງຈາກວ່າກ່ອນຈະມີການຈັດສົ່ງຜູ້ອອກແຮງງານທຸກຄົນ ແມ່ນຕ້ອງໄດ້ຮັບວັກຊິນຄົບ ຕາມລະບຽບການ ແລະ ມີໜັງສືຢັ້ງຢືນການກວດພະຍາດດັ່ງກ່າວແລ້ວ.

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ແລະ ໄທ ໄດ້ຈັດຂຶ້ນໃນອາທິດທີ່ຜ່ານມາ ຜ່ານລະບົບທາງໄກ ເພື່ອປຶກສາຫາລືບັນຫາ ການກະກຽມການນຳເຂົ້າຜູ້ອອກແຮງງານລາວ ເຮັດວຽກຢູ່ປະເທດໄທ ແລະ ເພື່ອເປັນການທົບທວນຄືນບາງເງື່ອນ ໄຂ ໃນການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະຜ່ານມາ ແລະ ການປັບປຸງຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊອານາຈັກໄທ,

ໂດຍອີງຕາມບົດບັນທຶກກອງປະຊຸມວິຊາການລາວ-ໄທ ຄັ້ງວັນທີ 4-6 ມິຖຸນາ 2019 ຜ່ານມາ ແນໃສ່ໃຫ້ສອດຄ່ອງກັບສະຖານະການທີ່ເປັນຢູ່ປັດຈຸບັນ, ໃນສະພາບທີ່ຍັງມີການລະ ບາດຂອງພະຍາດໂຄວິດ-19.

ສຳລັບການອະນຸຍາດໃຫ້ມີການຈ້າງງານ ໃນໄລຍະສັ້ນຕໍ່າກວ່າ 2 ປີ ສະເໜີ ໃຫ້ພິຈາລະນາເລື່ອນໄປກ່ອນ ໂດຍບໍ່ກຳນົດເຂົ້າໃນການປັບປຸງຂໍ້ຕົກລົງໃນຄັ້ງນີ້, ເນື່ອງຈາກວ່າ ການອະນຸຍາດຈ້າງງານໄລຍະສັ້ນ ອາດຈະສົ່ງຜົນຕໍ່ການຈັດສົ່ງໃນລະບົບ ເພາະຜູ້ອອກແຮງງານຈະຫັນໄປນຳໃຊ້ລະບົບດັ່ງກ່າວນີ້ຫລາຍຂຶ້ນ, ເຊິ່ງຈະສ້າງຄວາມຫຍຸ້ງຍາກໃຫ້ປະເທດສົ່ງໃນການຕິດຕາມ ແລະ ຄຸ້ມຄອງແຮງງານ.

ສ່ວນການກວດປະຫວັດອາດສະຍາກຳກ່ອນການຈັດສົ່ງ ສະເໜີໃຫ້ຝ່າຍໄທ ພິຈາລະນາຄືນໃໝ່ ເນື່ອງຈາກເປັນການເພີ່ມຂັ້ນຕອນ ແລະ ຄ່າໃຊ້ຈ່າຍໃຫ້ຜູ້ອອກແຮງງານ ເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ຜູ້ອອກແຮງງານຕ້ອງໄດ້ປະກອບເອກະສານອື່ນໆອີກ

ໂດຍສະເພາະ ໃບຢັ້ງ ຢືນໂຄວິດ-19 ກ່ອນການຈັດສົ່ງ, ລວມທັງກຸ່ມຜູ້ອອກແຮງງານລາວ ທີ່ຄ້າງຢູ່ໄທ ທັງສາມກຸ່ມທີ່ທາງການໄທໄດ້ຂຶ້ນທະບຽນ ໃຫ້ຝ່າຍລາວອະນຸມັດບັນຊີລາຍຊື່ ແລະ ໃບອະນຸຍາດຈັດສົ່ງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ອນທາງການໄທ ຈະອອກໃບອະນຸຍາດເຮັດວຽກ ໂດຍນາຍຈ້າງ ຫລື ຕົວແທນຂອງນາຍຈ້າງ ເພື່ອດຳເນີນການປະກອບເອກະສານ

ອະນຸຍາດບັນຊີລາຍຊື່ ແລະ ໃບອະນຸຍາດຈັດສົ່ງຈາກຝ່າຍລາວ ເພື່ອຊ່ວຍໃຫ້ຝ່າຍລາວ ສາມາດເກັບກໍາຈຳນວນຜູ້ອອກແຮງງານ,ຕິດຕາມ, ຄຸ້ມຄອງ ແລະ ໃຫ້ການຊ່ວຍເຫລືອເຂົາເຈົ້າໃນກໍລະນີຕ່າງ.

ນອກຈາກນີ້, ສປປ ລາວ ຍັງໄດ້ສະເໜີໃຫ້ຝ່າຍໄທ ດຳເນີນມາດຕະການຢ່າງເດັດຂາດກັບນາຍຈ້າງ ທີ່ຍັງນຳໃຊ້ແຮງງານແບບບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງຈະເປັນກົນໄກໜຶ່ງໃນການຊ່ວຍຫລຸດຜ່ອນຈຳນວນຜູ້ອອກແຮງງານລາວ ທີ່ລັກລອບໄປເຮັດວຽກຢູ່ປະເທດໄທ ແບບຜິດກົດໝາຍ ໃນປັດຈຸບັນກໍ່ເປັນປະກົດການທີ່ມີນາຍໜ້າເຖື່ອນ ເຄື່ອນໄຫວເອົາແຮງງານລາວໄປເຮັດວຽກຢູ່ປະເທດໄທ ເນື່ອງຈາກນາຍຈ້າງໄທ

ຍັງສືບຕໍ່ຈ້າງແຮງງານທີ່ຜິດກົດໝາຍຢູ່ ໂດຍການລັກລອບໄປເຮັດວຽກຢູ່ປະເທດໄທ ເຮັດໃຫ້ຜູ້ອອກແຮງງານ ຕ້ອງໄດ້ເສຍຄ່າໃຊ້ຈ່າຍຫລາຍກວ່າປົກກະຕິ ແລະ ຍັງມີຄວາມສ່ຽງຕໍ່ກັບການຖືກຫລອກລວງ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ.

ຂໍ້ມູນ-ພາບ: ກະຊວງ ຮສສ

Related Posts

Leave a Reply

Your email address will not be published. Required fields are marked *