ໄດ້ມີການຈັດຝຶກແອບຕົວຈິງ ເພື່ອຮັບມືໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂຄວິດ-19 ແລະ ບັນຫາອື່ນໆທີ່ເກີດຂຶ້ນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໄດ້ມີການຈັດຝຶກແອບຕົວຈິງ ເພື່ອຮັບມືໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂຄວິດ-19 ແລະ ບັນຫາອື່ນໆທີ່ເກີດຂຶ້ນ

ໃນເວລາພວກເຂົາເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ໃນປະເທດເຮົາ ຂຶ້ນໃນວັນທີ 30 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ, ຊຶ່ງນໍາພາຄະນະ ໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ). ພ້ອມມີພະນັກງານ ປະຈຳສະໜາມບິນ, ແພດໝໍ, ບໍລິສັດທ່ອງທ່ຽວ, ພະນັກງານຕ້ອນຮັບ, ນໍາທ່ຽວ, ໂຮງແຮມ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ: ການຈໍາລອງເຫດການດັ່ງກ່າວມີດັ່ງນີ້:

  1. ພິທີການຕ້ອນຮັບນັກທ່ອງທ່ຽວ ທີ່ສະໜາມບິນສາກົນວັດໄຕ;
  2. ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວ ໂດຍບໍລິສັດທ່ອງທ່ຽວ ແລະ ພະນັກງານນໍາທ່ຽວ;
  3. ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວ ເມື່ອນັກທ່ອງທ່ຽວມາຮອດໂຮງແຮມ;
  4. ຂັ້ນຕອນໃນກໍລະນີຜົນກວດຂອງນັກທ່ອງທ່ຽວເປັນບວກ;
  5. ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວ ທີ່ມີຜົນກວດເປັນລົບ ແລະ ນໍາພານັກທ່ອງທ່ຽວໄປທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ,

ຈຸດປະສົງຂອງການຈໍາລອງເຫດການ ການຕ້ອນຮັບນັກທ່ອງທ່ຽວ ເພື່ອເປົ້າໝາຍຈະໄດ້ຜັນຂະຫຍາຍແຈ້ງການຂອງລັດຖະບານທີ່ໄດ້ມີນະໂຍບາຍໃນການເປີດຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ ໃນພື້ນທີ່ສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ ຊຶ່ງແມ່ນຈະໄດ້ເປີດຮັບນັກທ່ອງທ່ຽວ ໃນວັນທີ 1 ມັງກອນ 2022 ເປັນຕົ້ນໄປ.

ເພື່ອເຮັດແນວໃດໃຫ້ມີຄວາມຮັບປະກັນທັງດ້ານສຸຂະພາບ ສຸຂະນາໄມ ໃຫ້ເປັນທີ່ເພີ່ງພໍໃຈຂອງນັກທ່ອງທ່ຽວຊາວຕ່າງປະເທດ ກໍຄືພາຍໃນ ສະນັ້ນ ຈຶ່ງໄດ້ມີການຈໍາລອງເຫດການດັ່ງກ່າວ ໂດຍການເອົາທຸກພາກສ່ວນທີ່ມີສ່ວນຮ່ວມເຂົ້າມາຮ່ວມກິດຈະກໍາໃນການຈັດຕັ້ງປະຕິບັດໃນຄັ້ງນີ້, ຈະເລີ່ມຕົ້ນຕັ້ງແຕ່ການຮັບນັກທ່ອງທ່ຽວເຂົ້າມາ ມາຜ່ານຂະບວນການຂັ້ນຕອນຂອງການກວດກາສຸຂະພາບ ຜ່ານຂັ້ນຕອນການກວດກາເອກະສານ ແລະ ເຂົ້າໄປສະຖານທີ່ໂຮງແຮມຕາມລາຍການທີ່ໄດ້ກໍານົດໄວ້.

ສໍາລັບການຮັບນັກທ່ອງທ່ຽວນີ້ ຈະຕ້ອງເປັນນັກທ່ອງທ່ຽວທີ່ໄດ້ຜ່ານການຂຶ້ນທະບຽນນໍາບັນດາບໍລິສັດທ່ອງທ່ຽວ; ແລະ ບັນດາບໍລິສັດທ່ອງທ່ຽວທີ່ຈະຮັບນັກທ່ອງທ່ຽວນັ້ນ ມີຄື:

1. ຈະຕ້ອງໄດ້ຜ່ານການຂຶ້ນທະບຽນນໍາສະພາອຸດສາຫະກໍາການຄ້າ ແລະ ສະມາຄົມນັກທ່ອງທ່ຽວ;

2. ຈະຕ້ອງນໍາລາຍຊື່ຜ່ານກະຊວງ ຖວທ; ກະຊວງການຕ່າງປະເທດ ແລະ ຜ່ານກະຊວງປ້ອງກັນຄວາມສະຫງົບ ຕາມຂັ້ນຕອນ,

3. ພະນັກງານນໍາທ່ຽວຈະຕ້ອງມີໃບອະນຸຍາດນໍາທ່ຽວຖືກຕ້ອງຄົບຊຸດ ໄດ້ຮັບວັກຊິນຄົບໂດສ

4. ການໄປທ່ອງທ່ຽວກໍຕ້ອງໄປຕາມແຜນລາຍການທີ່ກໍານົດໄວ້.

ທ່ານກ່າວຕື່ມອີກວ່າ: ໃນການຈັດຕັ້ງປະຕິບັດແມ່ນໄລຍະທີໜຶ່ງແມ່ນເລີ່ມແຕ່ເດືອນມັງກອນ ຫາ ເດືອນມີນາ ປີ 2022; ໄລຍະທີສອງແມ່ນເລີ່ມແຕ່ເດືອນເມສາ ຫາ ເດືອນມິຖຸນາ ປີ 2022 ຫຼັງຈາກນັ້ນ, ຈຶ່ງສາມາດປະເມີນໄດ້ວ່າສືບຕໍຂະຫຍາຍໃນຮູບແບບໃດເພື່ອສະເໜີລັດຖະບານ

ເພື່ອຈະມີນະໂຍບາຍເປີດກ້ວາງເປັນແຕ່ລະຂັ້ນຕອນ, ສິ່ງສໍາຄັນແມ່ນເຮັດໄປຕາມຂັ້ນຕອນຂອງມາດຕະການຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນດ້ານສຸຂະພາບຂອງນັກທ່ອງທ່ຽວ ແລະ ປະຊາຊົນຂອງພວກເຮົາ.
ຂໍ້ມູນ ປະຊາຊົນ

Related Posts

Leave a Reply

Your email address will not be published. Required fields are marked *