ສປປ ລາວ ເລີ່ມກາຍເປັນສູນກາງໂລຊິດສະຕິກຂອງຫຼາຍປະເທດໃນປີ 2022

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສປປ ລາວ ເລີ່ມກາຍເປັນສູນກາງໂລຊິດສະຕິກຂອງຫຼາຍປະເທດໃນປີ 2022

ຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ເຊື່ອມຈອດໃນພາກພື້ນ ເລີ່ມເປັນຮູບປະທໍາແລ້ວ ພາຍຫລັງເປີດນໍາໃຊ້ທາງລົດ ໄຟລາວ-ຈີນ. ຂະນະທີ່ ໂຄງການວຽງຈັນໂລຊິດສະຕິກ ພາກ ( Vientiane Logistics Park) ຈະກາຍເປັນຖານການຄ້າຂະໜາດໃຫຍ່ທີ່ສາມາດເຊື່ອມໂຍງເຊື່ອມຈອດ ກັບໂລກ ແລະພາກພື້ນດ້ານການຄ້າໄດ້ ແລະ ຈະປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວຢ່າງຫຼວງຫຼາຍ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຊິດສະຕິກພາກໃຫ້ສໍາພາດຕໍ່ສື່ມວນຊົນຜ່ານໂທລະພາບລາວແຫ່ງຊາດໃນວັນທີ 31 ທັນວາ 2021 ວ່າ: ວຽງຈັນໂລຊິດສະຕິກ ພາກເປັນໜຶ່ງຂອງໂຄງການໂລຈິດສະຕິກລິ້ງ ທີ່ເປັນຍຸດທະສາດຂອງລັດຖະບານວ່າດ້ວຍການຫັນປະເທດບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງການຄ້າ ແລະການບໍລິການການຄ້າຜ່ານແດນ.

ໂດຍສະເພາະທ່າບົກ-ທ່ານາແລ້ງນະຄອນຫຼວງວຽງຈັນທີ່ຢູ່ໃນໂຄງການວຽງຈັນໂລຊິດສະຕິກ ພາກ ຍັງສາມາດເຊື່ອມໂຍງເຂົ້າທາງລົດໄຟລາວ-ຈີນ ເຊິ່ງຍັງສາມາດເຊື່ອມໂລກໄດ້ຜ່ານໂຄງການລາວໂລຈິດສະຕິກລິ້ງ. ໃນເບື້ອງຕົ້ນການຮອງຮັບສິນຄ້າຂອງວຽງຈັນໂລຊິດສະຕິກ ຈະບໍລິການໄດ້ 500,000 ຕູ້ຄອນທິນເນີຕໍ່ປີ ສະເພາະໃນໄລຍະ 3 ປີທໍາອິດ. ຫຼັງຈາກນັ້ນ, ຄາດວ່າຈະບໍລິການໄດ້ 1 ລ້ານຕູ້ຄອນທິນເນິຕໍ່ປີ.

ທ່ານໃຫ້ຮູ້ອີກວ່າ: ເມື່ອກ່ອນການຂົນສົ່ງສິນຄ້າຈາກປະເທດລາວໄປຈີນ ຕ້ອງຜ່ານທ່າເຮືອໄທ ຈິ່ງສາມາດໄປຈີນໄດ້ໃຊ້ເວລາ 30 ມື້ ແຕ່ປັດຈຸບັນໃຊ້ລົດໄຟລາວ-ຈີນ ເດີນທາງຈາກນະຄອນຫຼວງວຽງຈັນພຽງ 1 ວັນຮອດຄຸນໝິງຂອງດຈີນ. ນອກນັ້ນ, ໃນອະດີດການຂົນສົ່ງສິນຄ້າ, ແມ່ນໜຶ່ງເດືອນຕໍ່ໜຶ່ງຮອບ, ແຕ່ໃນອະນາຄົດອັນໃກ້ນີ້ ລົດໄຟຈະສາມາດສົ່ງຂົນສົ່ງໄດ້ໜຶ່ງເດືອນຕໍ່ສີ່ຮອບ ແລະສາມາດສົ່ງອອກເປັນຈໍານວນໜ້ອຍກໍ່ໄດ້

ໂດຍການຮວມໂຕເຂົ້າກັບສິນຄ້າປະເພດດຽວກັບຜູ້ປະກອບການອື່ນໃນຕູ້ດຽວກັນໄດ້ ກໍ່ສາມາດສົ່ງອອກໄດ້ ແລະໄດ້ຮັບເງິນໄວ ເຊິ່ງເປັນການໄດ້ປຽບການປະຫຍັດຕົ້ນທຶນຄືໃນອະດີດການຂົນສົ່ງສິນຄ້າຕ້ອງເສຍຄ່າໃຊ້ຈ່າຍໃຫ້ກັບໂລຊິດສະຕິກ 30-40% ຂອງມູນຄ່າສິນຄ້າ ແຕ່ອະນາຄົດນີ້ຈະເສຍແຕ່ 15% ຂອງມູນຄ່າສິນຄ້າ.

ສ່ວນ ທ່ານ ສາຄອນ ພິລາງາມ ອໍານວຍການໃຫຍ່ທ່າບົກ-ທ່ານາແລ້ງ ໃຫ້ຮູ້ຕື່ມອີກວ່າ: ວັນທີ 1 ມັງກອນ 2022 ເປັນຕົ້ນໄປລົດຂົນສົ່ງສິນຄ້າທັງໝົດຈະເຂົ້າມາທາງດ່ານທ່າບົກທ່ານາແລ້ງ ເຊິ່ງເປັນສ້າງດ່ານຢ່າງເປັນທາງການ ແລະຄຸ້ມຄອງໂດຍດໍາລັດວ່າດ້ວຍການຂົນສົ່ງສິນຄ້າ.

ທ່າບົກ-ທ່ານາແລ້ງຍັງກາຍເປັນຈຸດເຊື່ອມຕໍ່ຫຼາຍຮູບແບບຂອງພາກພື້ນ ແລະເປັນສະຖານນີລົດໄຟສາຍອາຊີ ເຊັ່ນ ສິນຄ້າຈາກ ສປ ຈີນຈະໄປໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ແລະມຽນມາ ຈະຕ້ອງມາຜ່ານທ່າບົກ-ທ່ານາແລ້ງ ໂດຍຈະມິກິດຈະການພັກລົດ, ຄ່ຽນຖ່າຍສິນຄ້າ, ເປັຍສູນກາງເຕົ້າໂຮມສິນຄ້າໃນການແພກເຄື່ອງຄືນໃໝ່ ເຊິ່ງຈະສ້າງລາຍຮັບໃນທຸກຂັ້ນ ເຊິ່ງຈະສ້າງລາຍຮັບອັນມະຫາສານໃຫ້ກັບໂຄງການວຽງຈັນໂລຈິດສະຕິກ ສະນັ້ນແນ່ນອນຈະສ້າງວຽກເຮັດງານທໍາລາຍຂຶ້ນ ເຊິ່ງສາມາດປະກອບສ່ວນພັດທະ ນາເສດຖະກິດ-ສັງຄົມ.

ທ່າບົກທ່ານາແລ້ງມີຂໍ້ໄດ້ປຽບຢູ່ຫຼາຍດ້ານຄື: ຕັ້ງຢູ່ໃຈກາງຄວາມສະດວກ, ເປັນຈຸດສະຫຼັບພາຫະນະ, ເປັນຈຸດໃຫ້ແກ່ການສ້າງມູນຄ່າເພີ່ມສິນຄ້າທີ່ຈະຜ່ານປະເທດລາວ,ເປັນຈຸດສູນກາງຂະຫຍາຍຕົວເສດຖະກິດຂອງພາກພື້ນ.

ພ້ອມນີ້, ທ່ານຍັງໃຫ້ຮູ້ກ່ຽວກັບການຂົນສົ່ງຜ່ານທາງລົດໄຟວ່າ: ໃນວັນທີ 13-29 ທັນວາ ມີສິນຄ້ານໍາເຂົ້າ ທັງໝົດ 95 ຕູ້ ແລະສົ່ງອອກ 5 ຕູ້.

ນອກນນັ້ນ, ໃນປັດຈຸບັນລັດຖະບານລາວຍັງກໍາລັງເລັ່ງແກ້ໄຂດ້ານການກວດກາໂຄວິດ-19 ຂອງສິນຄ້າຮ່ວມກັບລັດຖະບານຈີນ ເພື່ອຫາທາງອອກໃຫ້ມີຈຸກວດກາໂຄວິດ-19 ຂອງສິນຄ້າ ຢູ່ປະເທດລາວ ເພື່ອຄວາມສະດວກ ແລະວ່ອງໄວ.

ສໍາລັບດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນ ຫລວງວຽງຈັນ ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 4 ທັນວາ 2021 ຜ່ານມານີ້.

Related Posts

Leave a Reply

Your email address will not be published. Required fields are marked *