Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແນວນີ້ກໍ່ມີ! ໜຸ່ມໃຫຍ່ ຂີ້ເມົາ ຜິດກັບເມຍຍ້ອນບໍ່ຍອມນອນນໍາ ລົງມືຈູດເຮືອນຖິ້ມ
ມື້ນີ້ແອັດມິນມີເລື່ອງມາເລົ່າອີກແລ້ວທຸກຄົນ ເປັນເຫດການທີ່ເກີດຂຶ້ນຢູ່ປະເທດເພື່ອນບ້ານ ແຕ່ແອັດຢາກຍົດຂື້ນມາເປັນອຸທາຫອນ ສໍາລັບຄູ່ຮັກ ຫຼື ຄອບຄົວທຸກຄົນ ຈະເຮັດຫຍັງກໍ່ຕ້ອງໃຈເຢັນ ບໍ່ດັ່ງນັ້ນ ອາດເກີດຄວາມເສຍຫາຍດັ່ງກໍລະນີນີ້.

ໂດຍເຫດການທີ່ແອັດກໍາລັງເວົ້າເຖິງນີ້ ເປັນເຫດການໄຟໄໝ້ເຮືອນປະຊາຊົນ ແຕ່ບໍ່ແມ່ນຍ້ອນອຸບັດເຫດ ຫຼື ສາເຫດອື່ນແຕ່ຢ່າງໃດ ແຕ່ມັນເປັນເຫດການທີ່ມີຄົນຕັ້ງໃຈໃຫ້ເກີດຂຶ້ນ ເຫດຍ້ອນເມຍບໍ່ຍອມນອນນໍາ ຜົວຈຶ່ງກໍ່ເຫດຈູດເຮືອນ.

ໂດຍເຫດການແມ່ນທ້າວເລີດ ມີອາການມຶນເມົາ ຮ້ອງໂວຍວາຍຢູ່ໜ້າເຮືອນ ສອບຖາມຈາກພີ່ນ້ອງທີ່ຢູ່ບ່ອນເກີດເຫດ ຮູ້ວ່າທ້າວເລີດ ອາຍຸ 53ປີ ຄືຄົນກໍ່ເຫດ ແລະ ຍັງພະຍາຍາມທໍາຮ້າຍພີ່ນ້ອງຄົນໃນເຮືອນອີກ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ກໍ່ເຂົ້າຄວບຄຸມເຫດ ແລະ ສອບຖາມຫາສາເຫດ ແຕ່ກໍ່ລົມກັນບໍ່ຮູ້ເລື່ອງ ບອກພຽງບໍ່ພໍໃຈທີ່ຂໍນອນກັບເມຍ ແຕ່ເມຍບໍ່ຍອມ ຈຶ່ງຄຽດ ແລະ ຜິດກັນຈົນເກີດເຫດດັ່ງກ່າວ.

ເອີ້ນໄດ້ວ່າເປັນສາເຫດໃຫຍ່ ທີ່ເຮັດໃຫ້ໜຸ່ມໃຫຍ່ຄົນນີ້ ບໍ່ພໍໃຈຈົນເຖິງຂັ້ນກໍ່ເຫດຮ້າຍແບບນີ້ເລີຍກໍ່ວ່າໄດ້.
