Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ປັດຈຸບັນ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອປິ່ນປົວຢູ່ເຮືອນສະສົມ 11 ພັນກວ່າຄົນ
ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 2 ມັງກອນ 2021 ນີ້ວ່າ: ປະຈຸບັນ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອທີ່ປິ່ນປົວຢູ່ເຮືອນ ສະສົມຫຼາຍກວ່າ 11 ພັນກວ່າຄົນ

ຊຶ່ງໄດ້ມີການຕິດຕາມຕົນເອງ ແລະ ສອບຖາມຄໍາແນະນໍາເພີ່ມເຕີມ ໂດຍຜ່ານສາຍດ່ວນ 164 ຊຶ່ງໃນແຕ່ລະວັນ ມີຫຼາຍກວ່າ 200 ສາຍ ໂທເຂົ້າເພື່ອຂໍຄຳປຶກສາ.
ຄະນະສະເພາະກິດ ຂໍຂອບໃຈມາຍັງທ່ານ ຜູ້ຕິດເຊື້ອທີ່ສະໝັກໃຈປິ່ນປົວຕົນເອງຢູ່ເຮືອນ ແລະ ພ້ອມດ້ວຍຄອບຄົວທີ່ໃຫ້ການຮ່ວມມືເປັນຢ່າງດີ. ພວກເຮົາຖືວ່າ ນີ້ເປັນການຕັດສິນໃຈສູງຂອງຜູ້ຕິດເຊື້ອ
ເພື່ອສະຫງວນຕຽງໃຫ້ໂຮງໝໍໃຫຍ່ ສຳລັບຄົນເຈັບທີ່ມີອາການປານກາງ ໄປຈົນເຖິງອາການຂັ້ນວິກິດ ໃຫ້ສາມາດໄດ້ປິ່ນປົວຢ່າງທັນການ ເພື່ອບໍ່ໃຫ້ກ້າວໄປເຖິງຂັ້ນເສຍຊີວິດ.
