Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 3 ມັງກອນ 2022 ວ່າ:
ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ໄດ້ອອກມາຖະແຫຼງວ່າ ໂລກເຮົາສາມາດເອົາຊະນະການລະບາດຂອງພະຍາດໂຄວິດໃນປີນີ້ ເນື່ອງຈາກພວກເຮົາມີເຄື່ອງມືຫຼາຍຢ່າງ ເຊັ່ນ: ຢາວັກຊີນປ້ອງກັນຫຼາຍຊະນິດ, ຢາປິ່ນປົວ ລວມທັງເຄື່ອງມືທາງການແພດອື່ນໆ.
ແຕ່ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ບັນດາປະເທດ ຮ່ວມແຮງກັນເພື່ອພ້ອມກັນຄວບຄຸມ ແລະ ສະກັດກັ້ນການລະບາດໃຫ້ຢຸດຕິໂດຍໄວ ແລະ ໄດ້ຢ້ຳກ່ຽວກັບຄວາມແຕກຕ່າງຂອງຫຼາຍປະເທດ
ໃນການເຂົ້າເຖີງວັກຊິນ ຊຶ່ງເປັນສາເຫດໃຫ້ເກີດມີຫຼາກຫຼາຍສາຍພັນ ທີ່ພວກເຮົາກຳລັງປະເຊີນໜ້າໃນຂະນະນີ້ ແລະ ສ້າງຄວາມວິຕົກກັງວົນບໍ່ໜ້ອຍແກ່ບັນດາປະເທດໃນທົ່ວໂລກ.
