Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຫຼັງການ ເປີດນຳໃຊ້ຄົບຮອບ 1 ເດືອນ (03/12/2021-03/01/2022) ຂອງເສັ້ນທາງລົດໄຟລາວ-ຈີນ 🇱🇦 🇨🇳
ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 670,000 ເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ 170,000ໂຕນ,
ຖືໄດ້ວ່າ ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມປອດໄພສູງ, ເປັນມິດກັບສິ່ງແວດລ້ອມ, ມີປະສິດທິພາບສູງ, ແລະມີຄວາມສະດວກວ່ອງໄວ, ຈຶ່ງໄດ້ກາຍເປັນທາງເລືອກອັນດັບໜຶ່ງສຳລັບການເດີນທາງຂອງປະຊາຊົນລຽບຕາມເສັ້ນທາງລົດໄຟສາຍນີ້, ຈຳນວນຜູ້ໂດຍສານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຈຳນວນຂົນສົ່ງຜູ້ໂດຍສານໃນມື້ດຽວໄດ້ເພີ່ມຂຶ້ນຈາກ 19,000 ເທື່ອຄົນໃນຕອນຫາກໍ່ເປີດການນຳໃຊ້ ເພີ່ມຂຶ້ນເປັນ 33,000ເທື່ອຄົນ ໃນມື້ທີ່ມີຈຳນວນຜູ້ໂດຍສານຫຼາຍທີ່ສຸດ,
ເສັ້ນທາງລົດໄຟລາວ-ຈີນຍັງໄດ້ສ້າງເສັ້ນທາງຈໍລະຈອນສິນຄ້າທີ່ສະດວກວ່ອງໄວຢູ່ລະຫວ່າງຈີນ ແລະອາຊຽນ, 1 ເດືອນຜ່ານມາ, ໄດ້ມີຂະບວນລົດໄຟຂົນສົ່ງສິນຄ້າ 380 ຖ້ຽວ, ໂດຍຂົນສົ່ງສິນຄ້າ 170,000 ໂຕນ. 10 ກວ່າ ແຂວງ ແລະ ກຳແພງນະຄອນ.

ປະເທດຈີນໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າທີ່ໄປສູ່ນະຄອນຫຼວງວຽງຈັນ ແລະ ຕົວເມືອງອື່ນໆຂອງປະເທດລາວ, ປະເພດສິນຄ້າກໍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັບການເກີດມີຜົນບັງຄັບໃຊ້ຂອງສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື ສັນຍາ RCEP, ປະລິມານຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟ ລາວ-ຈີນ ຈະເພີ່ມຂຶ້ນຢ່າງໝັ້ນທ່ຽງ.
ຂໍ້ມູນ ລາວຢູດເລດິໂອ