Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຈີນຍົກລະດັບມາດຕະການລັອກດາວຊີອານ ພ້ອມສັ່ງຍ້າຍເຈົ້າໜ້າທີ່ທີ່ຮັບຜິດຊອບ ຫລັງບໍ່ສາມາດຄວບຄຸມການລະບາດໄດ້.
ວັນທີ 3 ມັງກອນ 2022 ເວັບໄຊ Channel News Asia ລາຍງານວ່າ: ທາງການຈີນໄດ້ສັ່ງຍ້າຍເຈົ້າໜ້າທີ່ລະດັບສູງຂອງພັກກອມມູນິດ 2 ຄົນ ທີ່ປະຈຳການຢູ່ໃນເຂດຍັນຕາ ເມືອງຊີອານ ໂດຍລະບຸວ່າເປັນການເພີ່ມປະສິດທິພາບໃນການຮັບມືໂຄວິດ-19 ໃຫ້ດີຍິ່ງຂຶ້ນ.
ຊີອານກາຍເປັນພື້ນທີ່ສູນກາງການລະບາດໃນຫລາຍອາທິດຜ່ານມາ ຈົນຕ້ອງມີຄຳສັ່ງໃຫ້ລັອກດາວທົ່ວເມືອງ ແລະ ສັ່ງກວດເຊື້ອປະຊາຊົນ 13 ລ້ານຄົນ ເພື່ອຈຳກັດການລະບາດຂອງເຊື້ອໄວຣັສ ຕາມນະໂຍບາຍການຄວບຄຸມຈຳນວນຜູ້ຕິດເຊື້ອເປັນສູນ.
ຕົວເລກຜູ້ຕິດເຊື້ອປະຈຳວັນທີ 3 ມັງກອນ ຫລຸດລົງມາເຫລືອ 90 ຄົນ ຈາກກ່ອນໜ້າທີ່ມີລາຍງານ 122 ຄົນໃນວັນທີ 2 ມັງກອນ. ຂະນະທີ່ຈຳນວນຜູ້ຕິດເຊື້ອສະສົມນັບແຕ່ວັນທີ 9 ທັນວາ 2021 ມີສູງກວ່າ 1.600 ຄົນແລ້ວ.
ນັບແຕ່ຈີນຄວບຄຸມການລະບາດຮອບທຳອິດໄດ້ໃນເດືອນມີນາ 2020 ພວກເຂົາບໍ່ເຄີຍພົບການລະບາດທີ່ສູງລະດັບນີ້ມາກ່ອນ ເຖິງວ່າຕົວເລກຈະຖືວ່າຕໍ່າກວ່າຫລາຍປະເທດໃນໂລກ ທີ່ມີລາຍງານຈຳນວນຜູ້ຕິດເຊື້ອເປັນສະຖິຕິສູງສຸດອອກມາຢ່າງຕໍ່ເນື່ອງ.
ຫລັງຈາກທີ່ບໍ່ສາມາດຄວບຄຸມການລະບາດໄດ້ ເຮັດໃຫ້ທາງການຈຳເປັນຕ້ອງເພີ່ມມາດຕະການໃຫ້ເຂັ້ມງວດກວ່າເກົ່າ ຈາກທີ່ປະຊາຊົນເຄີຍໄດ້ຮັບອະນຸຍາດໃຫ້ອອກໄປຊື້ອາຫານ ແລະ ເຄື່ອງໃຊ້ຈຳເປັນໄດ້, ປັດຈຸບັນ ທາງເຈົ້າໜ້າທີ່ໄດ້ສັ່ງໃຫ້ປະຊາຊົນຢູ່ແຕ່ໃນເຮືອນເທົ່ານັ້ນ ໂດຍສາມາດອອກຈາກເຮືອນເພື່ອກວດເຊື້ອເທົ່ານັ້ນ.
ຂະນະດຽວກັນ, ຍັງມີລາຍງານວ່າປະຊາຊົນເລີ່ມສະແດງຄວາມບໍ່ພໍໃຈເຖິງການແກ້ໄຂ ທັງບັນຫາເລື່ອງອາຫານບໍ່ພຽງພໍ ແລະ ການຂົນຍ້າຍປະຊາຊົນຫລາຍພັນຄົນກາງເດິກ ໂດຍປ່ອຍໃຫ້ລໍຖ້າລົດເມສເປັນເວລາຫລາຍຊົ່ວໂມງ.
ອ້າງອີງ: