Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຍ້ອນຄະດີດັງ ສປ ຈີນ ເດັກສອງພີ່ນ້ອງຕົກຕືກ 14 ຊັ້ນ.
. ໃນວັນທີ 2 ພະຈິກ 2020 ເກີດເຫດສະເທືອນໃຈຂຶ້ນ ທີ່ເມືອງຊົງຊິ່ງ ທາງພາກຕາເວັນອອກສ່ຽງໃຕ້ຂອງ ປະເທດຈີນ ເມືອເດັກຍິງ 2 ປີ ແລະ ເດັກຊາຍ 1 ປີ ເຊິ່ງເປັນພີ່ນ້ອງກັນຕົກຕຶກ ຈາກໜ້າຫ້ອງຊັ້ນທີ 14 ຂອງອາພາດເມັ້ນແຫ່ງໜຶ່ງ ທັງສອງ ເ ສ ຍ ຊີ ວິ ດ.
ໃນທີ່ເກີດເຫດ ພົບພໍ່ຂອງເດັກຄື ຈາງປໍ້ ອາຍຸ 27 ປີ ຍັງຢູ່ໃນຊຸດນອນ ນັ່ງຮ້ອງໄຫ້ຈົນຈະຂາດໃຈຕາຍ ຢູ່ຂ້າງໆ ຮ່າງຂອງລູກ, ຈົນເອົາຫົວທຸບກໍາແພງ ຢ່າງຄຸມສະຕິຕົວເອງບໍ່ໄດ້ ຊຶ່ງສ້າງຄວາມສະເທືອນໃຈຕໍ່ຜູ້ພົບເຫັນ.
“ ຈາງ ‘’ ພໍ່ຂອງເດັກທັງສອງ ໃຫ້ການຕໍ່ເຈົ້າໜ້າທີ່ວ່າລູກຂອງເຂົາພັດຕົກຈາກຕືກສູງຕອນເຂົາກໍາລັງຫຼັບນອນກ່ອນທີ່ເຂົາຈະຕົກໃຈຕື່ນ ເພາະໄດ້ຍິນສຽງຄົນຮ້ອນ. ສ່ວນແມ່ຂອງເດັກນ້ອຍ ຢ່າຮ້າງກັບເຂົາໄປເກືອບປີ.
ພໍແຕ່ເມື່ອ ເສີນເມີ້ຍຫລິນ ອາດິດ ພັນລະຍາ ຂອງ ຈາງ ແລະ ແມ່ຂອງເດັກ ໄດ້ຊາບຂ່າວໄດ້ບອກກັບຕໍາຫຼວດວ່າ ອາດຈະບໍ່ແມ່ອຸບັດຕິເຫດຢ່າງແນ່ນອນ ແລະ ໝັ້ນໃຈວ່າ ຈາງ ໄດ້ຮ່ວມມືກັບແຟນໃໝ່ ຄາດຕະກໍາລູກ.
ເສີນ ເລົ່າວ່າ: ໃນປີ 2019 ຈາງ ໄປມີສໍາພັນ ກັບຍິງສາວຊື່ ເຢ້ເສີງເສີນ ຈົນເຖິງຂັ້ນຢ້ອງຢ່າຮ້າງ ໃນເດືອນກຸມພາ 2020 ໂດຍສາວ ໃຫ້ລູກສາວ ຢູ່ກັບ ເສີນ, ລູກຊາຍ ຢູ່ ກັບຈາງ ຈົນ ກວ່າ ອາຍຸ 6 ປີ. ໃນຂະນະນີ້ ຈາງ ໄດ້ຄົບຫາ ກັບ ເຢ້ ຢ່າງເປີດເຜີຍ ເຊິ່ງຜູ້ເປັນແຟນໃໝ່ ບໍ່ມັກລ້ຽງດູລູກ.
ວັນເກີດເຫດ ຈາງ ໄປຂໍລູກສາວໄປນອນດ້ວຍ ເຊິ່ງບໍ່ໄດ້ຂັດໃຈ ພໍຊາບເຫດຮ້າຍຈົນລົ້ມທັງຢືນ ແລະ ໝັ້ນໃຈທັນທີວ່າ ບໍ່ແມ່ອຸບັດຕິເຫດ.ຈາກຄໍາ ໃຫ້ການຂອງ ເສີນ ຜູ້ເປັນແມ່ ຈາງ ຈໍແຕ່ງງານ ກັບເຢ້ ແຕ່ຖືກປະຕິເສດ ຈົນກວ່າເຂົາຈະ ຈັດ ການລູກທັງສອງຄົນໃຫ້ພົ້ນທາງ ເພາະບໍ່ມີວັນຈະມາລ້ຽງດູ ລູກຄົນອື່ນ ແລະພໍ່ແມ່ຂອງຝ່າຍຍິງກໍຍອມຮັບບໍ່ໄດ້ ເຊັ່ນກັນທີ່ລູກເຂີຍມີລູກຕິດ.
ຫຼັງຈາກນັ້ນ ເຢ້ ໄດ້ໂນ້ມນ້າວ ແລະ ກົດດັນ ໃຈຈາງ ກໍາຈັດລູກ ເພື່ອຈະໄດ້ສ້າງຄອບຄົວໃໝ່ກັບເຂົາ ແລະ ໄດ້ຈັດສາກໃຫ້ເດັກທັງສອງ ເໜືອນພັດຕົກຈາກຕຶກສູງ ແຕ່ຕອນນັ້ນ ຖືກຈາງ ປະຕິເສດທີ່ຈະທໍາຕາມ.
ກ່ອນ ວັນເກີດເຫດ ເຢ້ ໄດ້ວິດີໂອຄອລ ຫາ ຈາງ ນາງຮ້ອງໄຫ້ ຄໍ່າຄວນຮັບບໍ່ໄດ້ທີ່ຝ່າຍຊາຍມີລູກກັບຄົນອື່ນກ່ອນ ແລະ ກໍາຈັດລູກໆ ໃຫ້ພົ້ນທາງ ເຫັນເຢ້ ເອົາມີດຈະກີດຂໍ້ມື ຈາງ ເກີດຄວາມຕົກໃຈ ຄິດວ່າຈະຂ້າ ໂ ຕ ຕ າ ຍ.
ຈາກຄໍາສາລະພາບ ພາຍຫຼັງຂາກຈາງ ໄປຮັບລູກມາຈາກແມ່ ເຂົາກໍໄດ້ຈັດສາກ ໂດຍໂຍນໂທລະສັບລົງໄປກ່ອນ ວ່າລູກເອົາມືຖືໄປຫຼິ້ນແລ້ວຕົກຕຶກ ກ່ອນ ຈະ ໂຍ ນ ລູກ ທັງສອງລົງໄປ ແລະ ເວລາຕໍ່ມາທໍາທ່າທີຕື່ນຕົກໃຈ ແລະ ລົງໄປເບິ່ງລູກ.
ໃນວັນທີ 28 ທັນວາ 2021 ສານ ໄດ້ຕັດສິນປະຫານຊີວິດທັງສອງ ໃນຂໍ້ຫາ ສົມຮູ້ ຮ່ວມຄິດ ຄ າ ດ ຕ ະ ກຳ.