ບຸກຄົນໃດ ຕາມທີ່ກຳນົດໃນມາດຕາ 201 ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດຫມາຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


📌ບຸກຄົນໃດ ຕາມທີ່ກຳນົດໃນມາດຕາ 201 ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດຫມາຍ

ຂອງປະມວນກົດໝາຍອາຍາ 2017 ຫາກໄດ້ທໍາການຫຼຸລູກໃຫ້ຜູ້ອື່ນຢ່າງຜິດກົດຫມາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫນຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃຫມ ແຕ່ 5.000.000 ກີບ ຫາ 15.000.000 ກີບ.

ໃນກໍລະນີທີ່ຜູ້ກະທໍາຜິດ ຫາກໄດ້ທໍາການຫຼຸລູກໃຫ້ຜູ້ອື່ນເປັນອາຈິນ ຫຼື ໃນກໍລະນີທີ່ການຫຼຸລູກໂດຍ ບໍ່ຖືກຕ້ອງຕາມກົດຫມາຍນັ້ນ ຫາກເຮັດໃຫ້ສຸຂະພາບຂອງແມ່ຊຸດໂຊມ ຫຼື ເຮັດໃຫ້ແມ່ເສຍຊີວິດ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ເຈັດປີ ແລະ ຈະຖືກປັບໃຫມແຕ່ 7.000.000 ກີບ ຫາ 20.000.000 ກີບ.

ຜູ້ຍິງໃດ ຫາກໄດ້ທໍາການຫຼຸລູກດ້ວຍຕົນເອງ ຫຼື ໃຊ້ຜູ້ອື່ນເຮັດໃຫ້ ໂດຍບໍ່ຖືກຕ້ອງຕາມກົດຫມາຍ ຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫນຶ່ງປີ ແລະ ຈະຖືກປັບໃຫມ ແຕ່ 3.000.000 ກີບ ຫາ 10.000.000 ກີບ.
ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ

ອ້າງອີງຈາກ: http://www.laoofficialgazette.gov.la/kcfinder/upload/files/26%E0%BA%AA%E0%BA%9E%E0%BA%8A2018.pdf

Related Posts

Leave a Reply

Your email address will not be published. Required fields are marked *