ລາຄາໃໝ່ທາງດ່ວນ ເລິ່ມ 1 ມັງກອນ ນະຄອນຫຼວງວຽງຈັນ-ວັງວຽງ ສຸດສາຍ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລາຄາໃໝ່ທາງດ່ວນ ເລິ່ມ 1 ມັງກອນ ນະຄອນຫຼວງວຽງຈັນ-ວັງວຽງ ສຸດສາຍ.

ລົດເກັງ: 68,000 ເປັນ 75,000ກີບ
ກະບະ: 112,000 ເປັນ 125,000ກີບ

ບັນຫາເງິນເຟີ້ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ, ທຸກສິ່ງທຸກຢ່າງຂຶ້ນລາຄາໄດ້ທຸກເວລາ ກໍ່ວ່າໄດ້, ປະຊາຊົນ ຜູ້ຫາເຊົ້າກິນຄຳ່ , ຜູ້ເຮັດວຽກປະຈຳ ທີ່ເງິນເດືອນຄົງທີ່ ບາງຄົນກໍ່ຫຼຸດກ່ອນແຕ່ເກົ່າ

ຊຳ້ຮ້າຍໄປກວ່ານັ້ນ ຖືກເລີກຈ້າງ, ຍ້ອນທຸລະກິດຕ່າງໆ ຖືກກະທົບໂດຍກົງຈາກໂຄວິດ, ຕ້ອງໄດ້ປິດການບໍລິການ, ບໍ່ມີລາຍຮັບ, ກໍ່ບໍ່ສາມາດຮັບຜິດຊອບຕໍ່ຄ່າໃຊ້ຈ່າຍຕ່າງໆໄດ້.

ລາຍຮັບນັບມື້ນັບຫຍຸ້ງຍາກ ລາຍຈ່າຍນັບມື້ນັບເພີ່ມຂຶ້ນ, ເຫັນຫຼາຍໆຄອບຄົວ ກໍ່ບໍ່ຮູ້ຈະຊອກຫາຫົນທາງທຳມາຫາກິນແນວໃດ?, ຈະຜ່ານຜ່າວິກິດນີ້ໄປໄດ້ແນວໃດ?.

ຫຼາຍຄົນທີ່ລຳບາກ ໝົດຫົນທາງ ກໍ່ໄດ້ແຕ່ຝາກຄວາມຫວັງໄວ້ກັບຂັ້ນເທິງ ຊ່ວຍເບິ່ງວ່າສິນຄ້າ ແລະ ບໍລິການອັນໃດທີ່ສາມາດຜ່ອນຜັນ ຄວບຄຸມບໍ່ໃຫ້ສູງຂຶ້ນໃນຊ່ວງວິກິດນີ້, ແລະທີ່ສຳຄັນຮີບດ່ວນ

ກໍ່ຝາກຄວາມຫວັງ ໃຫ້ຂັ້ນເທິງ ແລະ ບັນດາບໍລິສັດຕ່າງໆ ທີ່ມີຄວາມສາມາດ ໃຫ້ລົງມາຊ່ວຍເຫຼືອພວກເຂົາ, ຫາຫົນທາງຊ່ວຍເຫລືອຜູ້ທີ່ຂາດເຂີນແທ້ໆ, ໂຮມຈິດໂຮມໃຈກັນຊ່ວຍເຫຼືອ ເພຶ່ອນຮ່ວມຊາດ ໃຫ້ຜ່ານຜ່າວິກິດນີ້ໄປນຳກັນ.

Related Posts

Leave a Reply

Your email address will not be published. Required fields are marked *